陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງພົບປະກັບປະທານຄະນະກຳມະການໂອລິມປິກສາກົນ

2022-01-26 12:12:36 cri

ທ່ານສີຈິ້ນຜິງພົບປະກັບປະທານຄະນະກຳມະການໂອລິມປິກສາກົນ_fororder_微信图片_1262

 

  ຕອນແລງວັນທີ 25 ມັງກອນນີ້,ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນ ຮັບທ່ານໂທມັສ ບັກສ ປະທານຄະນະກຳມະການໂອລິມປິກສາກົນຢູ່ຫໍຮັບແຂກເມືອງຕ້ຽວຢູຖາຍນະຄອນຫຼວງປັກກິ່ງ.

 

ທ່ານສີຈິ້ນຜິງພົບປະກັບປະທານຄະນະກຳມະການໂອລິມປິກສາກົນ_fororder_微信图片_01261

  ທ່ານປະທານສີຈິ້ນຜິງຊີ້ອອກວ່າ,ຫຼັງຈາກໄດ້ກະກຽມມາເປັນເວລາ 6 ປີປາຍ, ວຽກງານກະກຽມທຸກຢ່າງສຳລັບງານກິລາໂອລິມປິກລະດູໜາວປັກກິ່ງໄດ້ກຽມພ້ອມຮຽບຮ້ອຍແລ້ວ,ແລະຈະຈັດຂຶ້ນຕາມເວລາກຳນົດຢ່າງໂລ່ງລ່ຽນ.ພວກເຮົາຈະປະຕິບັດຕາມຄຳໝັ້ນສັນຍາ,ເພື່ອສະແດງໃຫ້ໂລກເຫັນວ່າງານມະຫະກຳກິລາໂອລິມປິກຄັ້ງນີ້ຈັດຂຶ້ນແບບກະທັດຮັດ ປອດໄພແລະໂດດເດັ່ນ.ນີ້ແມ່ນຄັ້ງທຳອິດທີ່ໄດ້ ຈັດງານມະຫະກຳ ກິລາຄົບຊຸດລະດັບໂລກຕາມເວລາກຳນົດນັບແຕ່ເກີດມີການ ແຜ່ລະບາດຂອງພະຍາດໂຄວິດ-19ເປັນຕົ້ນມາເຊິ່ງເປັນຜົນສຳເລັດໃນການປະຕິບັດຕົວຈິງຕາມຄຳຂວັນ ໃໝ່ຂອງໂອລິມປິກທີ່ວ່າ "ໄວກວ່າ ສູງກວ່າ ແຂງແຮງກວ່າແລະສາມັກຄີກັນຫຼາຍກວ່າ".

 

  ທ່ານສີຈິ້ນຜິງຊີ້ອອກວ່າ,ປະເທດຈີນຈັດງານກິລາໂອລິມປິກລະດູໜາວປັກກິ່ງບໍ່ ພຽງແຕ່ໄດ້ຮັບການສະໜັບສະໜູນຈາກປະຊາຊົນຈີນເທົ່ານັ້ນ,ຍັງໄດ້ຮັບການສະໜັບສະໜູນຈາກປະຊາຄົມໂລກອີກດ້ວຍ.ພວກເຮົາຖືເອົາແນວຄວາມຄິດນັກກິລາ ເປັນໃຈກາງ, ພະຍາຍາມຢ່າງສຸກຂີດເພື່ອຮັບປະກັນດ້ານໂຄງລ່າງສະຖານທີ່ ແຂ່ງຂັນໃຫ້ດີ,ເຮັດວຽກການບໍລິການຄົບວົງຈອນໃຫ້ດີ.ພວກເຮົາມີຄວາມໝັ້ນໃຈ ຢ່າງເຕັມສ່ວນທີ່ຈະຮັບປະກັນສຸຂະພາບແລະຄວາມປອດໄພຂອງຜູ້ເຂົ້າຮ່ວມການແຂ່ງຂັນແລະພະນັກງານທີ່ກ່ຽວຂ້ອງກໍ່ຄືປະຊາຊົນຈີນໃຫ້ດີ.ຝ່າຍຈີນຈະປະກອບ ສ່ວນອັນໃໝແລະຫຼາຍກວ່າເກົ່າໃຫ້ກັບຂະບວນການໂອລິມປິກແລະການຊຸກຍູ້ ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.ຂ້າພະເຈົ້າຄອງຄອຍຮ່ວມ ກັນກັບທ່ານເພື່ອເປັນສັກຂີພິຍານສຳຄັນໃນພິທີໄຂງານກິລາໂອລິມປິກລະດູໜາວປັກກິ່ງ.

 

  ທ່ານໂທມັສ ບັກສກ່າວວ່າ,ໂດຍມີພາກສ່ວນກ່ຽວຂ້ອງຂອງຝ່າຍຈີນແລະ ປະຊາຊົນຈີນພະຍາຍາມຮ່ວມກັນ,ວຽກງານກະກຽມທຸກຢ່າງສຳລັບງງານກິລາ ໂອລິມປິກລະດູໜາວປັກກິ່ງໄດ້ດຳເນີນໄປຢ່າງໂດດເດັ່ນແລະໂລ່ງລ່ຽນ.ປະເທດ ຈີນໄດ້ບັນລຸເປົ້າໝາຍທີ່ເຮັດໃຫ້ປະຊາຊົນຫຼາຍກວ່າ 300 ລ້ານຄົນເຂົ້າຮ່ວມ ກິລາຫິມະແລະນ້ຳກ້ອມ,ນີ້ແມ່ນຜົນສຳເລັດອັນຍິ່ງໃຫຍ່ທີ່ບໍ່ເຄີຍມາກ່ອນເຊິ່ງຈະ ກາຍເປັນການປະກອບສ່ວນອັນຍິ່ງໃຫຍ່ສຳຄັນຂອງງານກິລາໂອລິມປິກລະດູ ໜາວຄັ້ງນີ້ຕໍ່ກັບປະຊາຊົນຈີນແລະຂະບວນການໂອລິມປິກສາກົນ,ຈາກນີ້ກໍ່ຈະ   ເປີດຍຸກໃໝ່ຂອງກິລາຫິມະແລະນ້ຳກ້ອມໃຫ້ກັບທົ່ວໂລກ.ເທື່ອນີ້ມີບາງປະເທດໄດ້ສົ່ງຄະນະນັກກິລາເຂົ້າຮ່ວມງານກິລາໂອລິມປິກລະດູໜາວເປັນຄັ້ງທຳອິດເຊິ່ງໄດ້ສະແດງໃຫ້ເຫັນຢ່າງເຕັມສ່ວນວ່າ:ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ຮັບ ການສະໜັບສະໜູນຢ່າງກວ້າງຂວາງຈາກປະຊາຄົມໂລກ,ໃນຂະນະດຽວກັນປະ ຊາຄົມໂລກກໍ່ຄັດຄ້ານຢ່າງກວ້າງຂວາງຕໍ່ກັບການຫັນກິລາເປັນບັນຫາການເມືອງ. ງານກິລາໂອລິມປິກລະດູໜາວປັກກິ່ງຈະກາຍເປັນຂອງຂວັນປີໃໝ່ປີຂານທີ່ດີທີ່ ສຸດທີ່ໂລກມອບໃຫ້ແກ່ປະຊາຊົນຈີນ!ຂໍອວຍພອນໃຫ້ໂລກຈົ່ງສາມັກຄກັນຫຼາຍ ກວ່າເກົ່າ!

 

ຄຳ​ເຫັນ

0