黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ມີ​ຫຍັງ​ແດ່​ໂດດ​ເດັ່ນ?

2022-01-26 20:16:20 cri

ການຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ມີ​ຫຍັງ​ແດ່​ໂດດ​ເດັ່ນ?_fororder_微信图片_20220126201138

ຫວ່າງ​ມໍ່ໆ​ມາ​ນີ້, ​ການ​ປະ​ດັບ​ປະ​ດາ​ຕົວ​ເມືອງ​ທີ່​ປະ​ສົມ​ປະ​ສານ​ລັກ​ສະ​ນະ​ສາ​ກົນ​ແລະ​ລັກ​ສະ​ນະ​ຈີນ​ໄດ້​ສຳ​ເລັດ​ແລ້ວ​ຢ່າງ​ຈົບ​ງາມ​ເພື່ອ​ເປັນ​ການ​ສ້າງ​ບັນ​ຍາ​ກາດ​ຟົດ​ຟື້ນ​ມ່ວນ​ຊື່ນ​ໃຫ້​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແລະ​ບຸນ​ກຸດ​ຈີນທີ່​ກຳ​ລັງ​ຈະ​ມາ​ເຖິງ.

ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ຈັດ​ຂຶ້ນ​​ຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 4 ກຸມ​ພາ​ປີ 2022. ມື້​ນັ້ນ​​ກົງ​ກັບ​ມື້ຂຶ້ນ 4 ຄ່ຳ​ເດືອນ​ຈຽງ. ອີງ​ຕາມ​ວາ​ລະ​ການ​ແຂ່ງ​ຂັນ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 20 ກຸມ​ພາ​ໜ້າ. ຕາມ​ປະ​ເພ​ນີ​ຂອງ​ຈີນ, “ໃນ​ເດືອນ​ຈຽງ​ລ້ວນ​ແຕ່​​ຍັງ​ແມ່ນ​ໄລ​ຍະ​ຂອງປີໃໝ່” ນີ້​ໝາຍ​ຄວາມ​ວ່າ: ໄລ​ຍະ​​ທັງ​ໝົດ​ຂອງ​ການຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຍັງ​ຢູ່​ໃນ​ໄລ​ຍະ​ປີ​ໃໝ່​ຈີນ​ທັງ​ໝົດ.

​ການ​ຈັດງາ​ນ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ຄຳ​ນຶງ​ເຖິງ​ປັດ​ໄຈ​​ດ້ານວັດ​ທະ​ນະ​ທຳ​​ອັນ​ເປັນ​ມູນ​ເຊື້ອ​ຂອງ​ຈີນ, ​ການ​ຈັດ​ງານ​ໃຫ້​ພໍ​ດີ​ກັບ​ໄລ​ຍະ​ບຸນ​ກຸດ​ຈີນ, ໄດ້​ກາຍ​ເປັນ​ເວ​ທີ​ດີ​ທີ່​ສຸດ​ທີ່​ສະ​ແດງ​ໃຫ້​ເຫັນ​ວັດ​ທະ​ນະ​ທຳດັ້ງ​ເດີມ​ຂອງ​ຈີນ. ຈາກ​ສັດ​ນຳ​ໂຊກ​​ສຳ​ລັບງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ, ​ສັນ​ຍາ​ລັກ​ຫຼື LOGO ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວປັກ​ກິ່ງ​ແລະ​ແນວ​ຄວາມ​ຄິດ​ການ​ອອກ​ແບບ​ສະ​ໜາມ​ກິ​ລາ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວປັກ​ກິ່ງ, ຈົນ​ຮອດ​ຫຼຽນ​​ການ​ແຂ່ງ​ຂັນ, ການ​ອອກ​ແບບ​ຊຸດ​​ແຂ່ງ​ຂັນ, ລ້ວນ​ແຕ່​ມີ​ເນື້ອ​ໃນທີ່​ພົວ​ພັນ​ເຖິງ​ວັດ​ທະ​ນະ​ທຳ​ຂອງ​​ຊົນ​ຊາດ​ຈີນ. ສັດ​ນຳ​ໂຊກ “ປິ່ງ​ຕຸ່ນ​ຕຸ່ນ” ເປັນ​ຮູບ​ຊົງ​ໝີ​ແພນ​ດາ, ສັດ​ນຳ​ໂຊກ​ອີກ​ໂຕ​ໜຶ່ງ “ສວຍ​ຢຸງ​ຢຸງ” ອອກ​ແບບ​ຈາກ​​ຮູບ​ຊົງໂຄມ​ໄຟ​ຂອງ​ຈີນ, ນອກ​ນັ້ນຍັງ​ໄດ້​ປະ​ສົມ​ປະ​ສານ​ສິ​ລະ​ປະ​ຕັດ​ເຈ້ຍ; ລານສະ​ກີໂດດ​ໂຊ​ກ່າງ​ໄດ້​ປະ​ດັບ​ປະ​ດາ​ໄປ​ດ້ວຍ​ຜ້າ​ແພ​ຍາວ​ຂອງ​ນາງ​ຟ້າ​ດີດ​ພິນ​ຢູ່​ຫຼັງ​ຢູ່​ໃນ​ຮູບ​ແຕ້ມ​ຜາ​ຜະ​ໜັງ​ຕຸ່ນ​ຫວງ​ເຊິ່ງ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ໂລກ. ໂຄ​ສົກ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ກ່າວ​ວ່າ: ໃນ​ຖານ​ະ​ເປັນ​ເຈົ້າ​ພາບ, ພວກ​ເຮົາ​ມີ​ຄວາມ​ຫວັງ​ຢ່າງ​ແຮງ​ກ້າ​ວ່າ: ຜູ້​ຊົມ​ທົ່ວ​ໂລກ​​ຈະ​ໄດ້​ສຳ​ພັດ​ກັບ​ຄວາມ​​ມີສະ​ເໜ່​ຂອງວັດ​ທະ​ນະ​ທຳ​ຈີນ​ໃນ​ເວ​ລາ​ທີ່​​ເບິ່ງ​ການ​ແຂ່ງ​ຂັນ​ທີ່​ໜ້າ​ຊົມ.

ທີ່​ຈິງ​ແລ້ວ, ​ການ​ສະ​ແດງ​ໃຫ້​ເຫັນວັດ​ທະ​ນະ​ທຳ​ຈີນ​ບໍ່​ພຽງ​ແຕ່​​ຢູ່​ໃນ​ຂໍ້​ປີກ​ຍ່ອຍ​ຂອງ​ການ​ອອກ​ແບບ​ແຫ່ງ​ຕ່າງໆ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ເທົ່າ​ນັ້ນ, ນັກ​ກິ​ລາ​ຂອງ​ປະ​ເທດ​ຕ່າງໆ​ທີ່​ຈະ​ມາ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຢູ່​ປະ​ເທດ​ຈີນ​ກໍ​ຈະ​ໄດ້​ສຳ​ພັດ​ກັບວັດ​ທະ​ນະ​ທຳ​ຈີນ​ໂດຍ​ຜ່ານ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ. ໃນ​ລາຍ​ການ​ການ​ແຂ່ງ​ຂັນສະກີທ່າຟຣີສະ​​ຕາຍ, ດົນ​ຕີ​ທີ່​ມີ​ລັກ​ສະ​ນະ​​ຈີນ​ກໍ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຫຼາຍ​ຈາກ​ບັນ​ດານັກ​ກິ​ລາ.

ງານ​ກິ​ລາ​ໂອ​ລິມ​ປິກ​ແມ່ນ​ງານມະ​ໂຫລານ​ດ້ານ​ກິ​ລາ​, ທັງ​ເປັນ​ງານ​ມະ​ໂຫລານ​ດ້ານ​ວັດ​ທະ​ນະ​ທຳ. ​ການຊຸກ​ຍູ້​ວັດ​ທະ​ນະ​ທຳ​ຕ່າງໆ​ໃຫ້​ສາ​ມາດແລກ​ປ່ຽນ​ກັນ​ໄດ້​ກໍ່​ເປັນ​ເປົ້າ​ໝາຍ​ສຳ​ຄັນ​ຂອງ​ປະ​ເທດ​ເຈົ້າ​ພາບ​ມາ​ໂດຍ​ຕະ​ຫຼອດ. ໃນ​ຖາ​ນະ​ເປັນ​ປະ​ເທດ​​ອາ​ລະ​ຍະ​ທຳ​ທີ່ເກົ່າ​ແກ່​, ວັດ​ທະ​ນະ​ທຳ​ຂອງ​ຈີນ​ໄດ້ມີ​ປະ​ຫວັດຍາວ​ນານ​ມາ​ແຕ່​ບູຮານ​ນະ​ການ; ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່​ທີ່​ພວມ​ພັດ​ທະ​ນາ​​ແລະ​ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ, ຈີນ​ມີ​ຖາ​ນະ​ໃນ​ເວ​ທີ​ສາ​ກົນ​ນັບ​ມື້​ນຳ​ສຳ​ຄັນ​ກວ່າ​ເກົ່າ. ສ່ວນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ກໍ​ເປັນ​ປ່ອງ​ຢ້ຽມ​ສຳ​ຄັນ​ທີ່​ໃຫ້​ໂລກ​ໄດ້​ເຫັນວັດ​ທະ​ນະ​ທຳ​ທີ່​ມີ​ລັກ​ສະ​ນະ​ພິ​ເສດ​ຂອງ​ຈີນ​ແລະ​ພາບ​ພົດ​ຂອງ​ຈີນ. ໃນ​ເວ​ລາ​ຫວນ​ຄືນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ຮ້ອນປັກ​ກິ່ງ​ປີ 2008, ວັດ​ທະ​ນະ​ທຳ​ຈີນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ມີ​ສະ​ເໜ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ປະ​ຊາ​ຊົນ​​ໃນໂລກ​ຢ່າງ​ຫຼວງ​ຫຼາຍ, ທັງ​ໄດ້​ເຮັດ​ໃຫ້​ທົ່ວ​ໂລກ​ຮູ້​ຈັກ​ປະ​ເທດ​ຈີນ​ທີ່​ເປີດ​ປະ​ຕູ​ແລະ​ມີ​ຄວາມໝັ້ນ​ໃຈ​ໂຕ​ເອງ. 14 ປີ​​ໃນ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ຮ້ອນໄດ້​ຜ່ານ​​ພົ້ນໄປ​ຢ່າງ​ໄວ​ວາ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​​ກໍ​ໄດ້​ໃຫ້​ໂອ​ກາດ​ປະ​ເທດ​ຈີນ​ສະ​ແດງ​ບົດ​ບາດ​ຂອງ​ຕົນ​ອີກ​ຄັ້ງ​ໜຶ່ງ.

ກໍ​ຄື​​ດັ່ງຄວາມ​ເວົ້າ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ທີ່​ວ່າ: “ພວກ​ເຮົາ​ບໍ່​ພຽງ​ແຕ່​ຈະ​ຈັດ​ກ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​​ໃຫ້ສຳ​ເລັດ​ຜົນ​ເທົ່າ​ນັ້ນ, ​ຍັງຈະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ນີ້​​ໃຫ້ເປັນ​ງານ​ທີ່​ດີ​ເດັ່ນ, ໜ້າ​ຊົມ​ແລະ​ມີ​ລັກ​ສະ​ນະ​ພິ​ເສດ.” ຈາກ​ຄວາມ​ໝາຍ​ດັ່ງ​ກ່າວ, ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໃຫ້​ດີ, ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໃຈ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທ​ດ​ຈີນ, ​ໄດ້ເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​ກັບ​ປະ​ເທດ​ຈີນ​ທີ່​ຈະ​ບັນ​ລຸ​ຄວາມ​ໃຝ່​ຝັນ​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ນ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ, ​ທັງສະ​ແດງ​ໃຫ້​ເຫັນ​ເຖິງ​ພາບ​ພົດ​ອັນ​ດີ​ງາມ​ຂອງ​ປະ​ເທດ​ຈີນ​ທີ່​ສະ​ຫວ່າງ​ສະ​ໄຫວ, ເຂັ້ມ​ແຂງ​ຮັ່ງ​ມີ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ຍຸກ​ໃໝ່.

ຄຳ​ເຫັນ

0