覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

CMGຊ້ອມການສະແດງງານລາຕີສະຫຼອງບຸນກຸດຈີນປີ2022ເປັນຄັ້ງທີ 3

2022-01-26 11:07:13 cri

CMGຊ້ອມການສະແດງງານລາຕີສະຫຼອງບຸນກຸດຈີນປີ2022ເປັນຄັ້ງທີ 3_fororder_春晚彩排
 

ວັນທີ 25 ມັງກອນນີ້, ສະຖານີວິທະຍຸໂທລະພາບສູນກາງຈີນຫຼືCMG ໄດ້ດຳເນີນການຊ້ອມການສະແດງງານລາຕີສະຫຼອງບຸນກຸດຈີນປີ2022ເປັນຄັ້ງທີ3 ເຊິ່ງເປັນງານທີ່ໜ້າຊົມທີ່ສະແດງໃຫ້ເຫັນລັກສະນະສິລະປະ, ງານລາຕີສະ ຫຼອງບຸນກຸດຈີນປີນີ້ແມ່ນເອົາໃຈໃສ່ລາຍລະອຽດຫຼາຍກວ່າເກົ່າ ໂດຍໄດ້ສຸມ ໃສ່ການສ້າງບັນຍາກາດທີ່ີໜ້າຕື້ນຕັນໃຈແລະຈັບອົກຈັບໃຈ. ທຸກໆລາຍການ ທີ່ໄດ້ບັນຈົງການອອກແບບຢ່າງລະອຽດນັ້ນໄດ້ເຮັດໃຫ້ຜູ້ຊົມຢູ່ສະຖານທີ່ຈັດງານ ຍ້ອງຍໍໍຢ່າງບໍ່ຂາດສົບຂາດປາກແລະມີສຽງຫົວມ່ວນຊື່ນດັງຂຶ້ນຢ່າງບໍ່ຂາດສາຍ.


  ໃນດ້ານເນື້ອໃນລາຍການຂອງງານລາຕີສະຫຼອງບຸນກຸດຈີນປີນີ້ແມ່ນໄດ້ເອົາໃຈ ໃສ່ຄວາມລະອຽດເພື່ອເຮັດໃຫ້ລາຍການມີຄຸນນະພາບທີ່ດີທັງມີເນື້ອໃນທີ່ສ່ອງ ແສງເຖິງຈິດໃຈອັນດີງາມຢ່າງໂດດເດັ່ນ, ທ່າມກາງສີສັນທີ່ເປັນເອກະລັກເບີກ ບານມ່ວນຊື່ນ,ເປັນສີລິມຸງຄຸນ,ເພື່ອສ້າງບັນຍາກາດບຸນປີໃໝ່ຕາມປະເພນີຂອງ ຈີນທີ່ສ່ອງແສງໃຫ້ເຫັນການເຕົ້າໂຮມຄວາມສາມັກຄີຂອງຄອບຄົວແລະບັນຍາ ກາດອັນອົບອຸ່ນ.
 

     ໃນດ້ານການອອກແບບເນື້ອໃນລາຍການ,  ງານລາຕີສະຫຼອງບຸນກຸດຈີນ ປີນີ້ໄດ້ຈັດໃຫ້ມີລາຍການທີ່ສຸມໃສການສືບທອດວັດທະນະທຳທີ່ເປັນມູນເຊື້ອອັນດີງາມ, ຍັງມີລາຍການດີເດັ່ນຕ່າງໆທີ່ສຸມໃສ່ຫົວຂໍ້ຂອງຍຸກສະໄໝເຊັ່ນ: ການພັດ ທະນາຊົນນະບົດໃຫ້ຈະເລີນ,ຄວາມສິວິໄລດ້ານນິເວດ, ກິລາຫິມະແລະນ້ຳກ້ອນ, ງານມະຫາກຳກິລາໂອລິມປິກລະດູໜາວ ແລະອື່ນໆ. ນັກສະແດງຈາກພາກສ່ວນ ຕ່າງໆລວມເຖິງສິລະປິນຈາກຄະນະສິລະປາກອນລະດັບຊາດ ແລະ ຜູ້ເຮັດວຽກ ສິລະປະວັນນະຄະດີທີ່ມາຈາກຂັ້ນຮາກຖານ, ພວກທ່ານໄດ້ສະແດງດ້ວຍຄວາມ ກະຕືລືລົ້ນຢ່າງເຕັມປ່ຽມເພື່ອສ່ອງແສງໃຫ້ເຫັນນ້ຳໃຈຮັກປະເທດຊາດບ້ານເມືອງ ຕາມຄວາມໃຝ່ຝັນ, ສ້າງຄວາມໃຝ່ຝັນແລະ ບັນລຸຄວາມໃຝ່ຝັນ ທ່າມກາງ ບັນຍາກາດວັດທະນະທຳອັນເຂັ້ມຂຸ້ນ.
 

   ງານລາຕີສະຫຼອງບຸນກຸດຈີນປີ2022 ຍັງຈະສືບຕໍ່ເອົາໃຈໃສ່ຢ່າງສູງໃນ ການປັບປຸງລາຍການຕ່າງໆໃຫ້ມີເນື້ອໃນທີ່ໜ້າຊົມແລະມີຮູບການທີ່ອຸດົມສົມບູນ ຕື່ມອີກ, ທຸ້ມເທເຫື່ອແຮງແລະສິຕິປັນຍາເພື່ອມອບງານມະຫາກຳວັດທະນະທຳ ທີ່ມີສິລະປະລະດັບສູງ, ໃກ້ຊິດຕິດແທດກັບຊີວິດການເປັນຢູ່ຂອງປະຊາຊົນ, ມີຄວາມອົບອຸ່ນແລະຄວາມເບີກບານມ່ວນຊື່ນໃຫ້ກັບຊາວຈີນໃນທົ່ວໂລກ.

ຄຳ​ເຫັນ

0