覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WTOປະກາດວ່າ ແຕ່ລະປີ ຈີນສາມາດເກັບພາສີສິນຄ້າອາເມຣິກາທີ່ມີມູນຄ່າ 645 ລ້ານໂດລາໄດ້

2022-01-27 15:43:11 cri

WTOປະກາດວ່າ ແຕ່ລະປີ ຈີນສາມາດເກັບພາສີສິນຄ້າອາເມຣິກາທີ່ມີມູນຄ່າ 645 ລ້ານໂດລາໄດ້_fororder_世贸
 

   ວັນທີ 26 ມັງກອນນີ້, ອົງການການຄ້າໂລກຫຼືWTOໄດ້ປະກາດວ່າ: ແຕ່ລະປີ, ຈີນສາມາດເກັບພາສີສິນຄ້າອາເມຣິກາທີ່ມີມູນຄ່າ 645 ລ້ານໂດລາ ໄດ້. ການພິຈາລະນາຄຳຕັດສິນກ່ຽວກັບຄວາມຂັດແຍ້ງດ້ານການຄ້າດັ່ງກ່າວແມ່ນເລີ່ມມີຂຶ້ນມາແຕ່ປີ2012, ໃນເວລານັ້ນ, ຈີນໄດ້ກ່າວຟ້ອງອາເມຣິກຕໍ່ອົງການການຄ້າໂລກເນື່ອງຈາກວ່າອາເມ ຣິກາໄດ້ເກັບພາສີເພື່ອຕ້ານການເກື້ອກູນຜະລິດຕະພັນຈີນເຊັ່ນແຜ່ນໂຊລາເຊວຫຼືແຜ່ນຮັບພະລັງງານແສງຕາເວັນແລະອື່ນໆ.
 

   ກ່ອນໜ້ານີ້, ອົງການການຄ້າໂລກໄດ້ມີຄຳຕັດສິນແລ້ວວ່າ ມາດຕະການ ກ່ຽວຂ້ອງຂອງອາເມຣິກາໄດ້ລະເມີດຂໍ້ກຳນົດຂອງອົງການການຄ້າໂລກ ແລະຄຳຕັດສິນນີິ້ກໍໄດ້ຮັບການສະໜັບສະໜູນຈາກອົງການອຸທອນຂອງອົງການການຄ້າໂລກ.

ຄຳ​ເຫັນ

0