刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​​ຜ່ານ​ທາງວິ​ດີ​ໂອ​​ເນື່ອງ​ໃນ​ໂອ​ກາດຈີນ​ແລະ 5 ປະ​ເທດ​ອາ​ຊີ​ກາງ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 30 ປີ​ ແລະ​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ

2022-01-27 10:27:27 cri

ທ່ານ​ສີ​ຈິ້ນ​ຜິງ​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​​ຜ່ານ​ທາງວິ​ດີ​ໂອ​​ເນື່ອງ​ໃນ​ໂອ​ກາດຈີນ​ແລະ 5 ປະ​ເທດ​ອາ​ຊີ​ກາງ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 30 ປີ​ ແລະ​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ_fororder_微信图片_20220127102658

ຕອນ​ບ່າຍ​ວັນ​ທີ 25 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຜ່ານ​ທາງ​ວິ​ດີ​ໂອ​ເນື່ອງ​ໃນ​ໂອ​ກາດ​ທີ່ຈີນ​ແລະ 5 ປະ​ເທດ​ອາ​ຊີ​ກາງ ຄື: ປະ​ເທດ​ກາ​ຊັກ​ສະ​ຖານ, ກຽກ​ກິ​ສະ​ຖານ, ຕາ​ຊີ​ກີ​ສະ​ຖານ, ຕວກ​ເມ​ນີ​ສະ​ຖານ ແລະ​ອຸ​ສ​ເບ​ກີ​ສະ​ຖານ ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 30 ປີ ແລະ​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ເຄັດ​ລັບ​ທີ່​ຈີນ​ແລະ 5 ປະ​ເທດ​ອາ​ຊີກາງ​​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຮ່ວມ​ມື​ກັນ​ຕະຫຼອດ​ໄລ​ຍະ 30 ປີ, ​ແມ່ນ​ຍ້ອນ​ວ່າພວກ​ເຮົາ​ໄດ້​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ມີ​​ສາຍ​ພົວ​ພັນ​ມິດ​ຕະ​ພາບຖານ​ບ້ານ​ໃກ້​ເຮືອນ​ຄຽງ, ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ແລະ​ຕ່າງ​ຝ່າຍ​ຕ່າງ​​ໄດ້​ຮັບຜົນ​ປະ​ໂຫຍດ​ມາ​ໂດຍ​ຕະຫຼອດ. 4 ​ຂໍ້​ນີ້​ແມ່ນ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ແລະ​ຊັບ​ສົມ​ບັດ​ຮ່ວມ​ກັນ​ທີ່​ໄດ້​ຮັບ​​ຈາກ​ການ​ຮ່ວມ​ມື, ເປັນ​ການ​ຮັບ​ປະ​ກັນ​ທາງ​​ດ້ານການ​ເມືອງ​ທີ່​ຈີນ​ແລະ 5 ​ປະ​ເທດ​ອາ​ຊີ​ກາງຈະ​ສືບ​ຕໍ່​ສາຍ​ພົວ​ພັນ​ທີ່​ໝັ້ນ​ທ່ຽງ​ແ​ລະ​ຍາວ​ນານ ທັງ​ເປັນ​ແຮງ​ຂັບ​ເຄື່ອນ​ທີ່​ຈີນ​ແລະ 5 ​ປະ​ເທດ​ອາ​ຊີກາງ​ຈະ​ສືບ​ຕໍ່​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ບົດ​ຈິດ​ໃຈ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ ແລະ​ບຸກ​ເບີກ​ການ​ຮ່ວມ​ມື​ອັນ​ໃໝ່.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ໜັກ​ວ່າ: ບໍ່​ວ່າ​ສະ​ຖາ​ນະ​ການ​ສາ​ກົນ​ຈະ​ປ່ຽນ​ແປງ​​ໄປແນວ​ໃດ​ກໍ​ຕາມ, ບໍ່​ວ່າ​ການ​ພັດ​ທະ​ນາ​ຂອງ​ຈີນ​ໃນ​ອະ​ນາ​ຄົດ​ຈະ​ກ້າວ​ໜ້າ​ໄປ​ສູ່​ລະ​ດັບ​ໃດ​ກໍ່​ຕາມ, ຈີນ​ຍັງ​ຈະ​ເປັນເພື່ອນ​ບ້ານ​ທີ່​ດີ, ຄູ່​ຮ່ວມ​​ມືທີ່​ດີ, ເພື່ອນ​ມິດ​ທີ່​ດີ ແລະ​ພີ່​ນ້ອງ​ທີ່​ດີ ຂອງ​ປະ​ເທດ​ອາ​ຊີ​ກາງ​ທີ່​ໄວ້​ໃຈ​ໄດ້​ແລະ​​ເພິ່ງ​ພາອາ​ໄສ​ໄດ້​ຕະຫຼອດ​ໄປ. ຈີນ​​ຈະເດັດ​ດ່ຽວ​ສະ​ໜັບສະ​ໜູນ​ປະ​ເທດ​ອາ​ຊີ​ກາງ​ເດີນ​ຕາມ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຕົນ, ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ປະ​ເທດ​ຕ່າງໆ​ຮັກ​ສາ​ອະ​ທິ​ປະ​ໄຕ, ຄວາມ​ເປັນ​ເອ​ກະ​ລາດ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຕົນ, ເດັດ​ດ່ຽວ​ສະ​ໜັບສະ​ໜູນ​ປະ​ເທດ​ຕ່າງ​ໆ​ສະ​ແຫວງ​ຫາ​ການ​ສ້າງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ຄວາມ​ສາ​ມັກ​ຄີ ຄວາມ​ເຂັ້ມ​ແຂງໃຫ້​ກັບ​ປະ​ເທດ​ຊາດ​ຂອງ​ຕົນ, ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ປະ​ເທດ​ຕ່າງໆ​ເສີມ​ຂະ​ຫຍາຍ​ບົດ​ບາດໃນ​ເວ​ທີ​ສາ​ກົນ​ໃຫ້ຫຼາຍກວ່າ​ເກົ່າ​. ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ເທດ​ອາ​ຊີ​ກາງ​ກ້າວ​ເດີນ​ໄປ​ຂ້າງ​ໜ້າ​ຮ່ວມ​ກັນ, ​ບຸກ​ບືນ​ສູ້​ຊົນ​ແບບຄຽງ​ບ່າ​ຄຽງໄຫຼ່​ກັນ ເພື່ອ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊີ​ກາງ​ທີ່​ແໜັ້ນ​ແຟ້ນກວ່າ​ເກົ່າ.

ຜູ້​ນຳ​ 5 ປະ​ເທດ​ອາ​ຊີ​ກາງ​ໄດ້​ກ່າວ​ວ່າ: ​ພວກ​ທ່ານຄອງ​ຄອຍ​ທີ່​ສຸດ​ທີ່​ຈະ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໃນ​ອາ​ທິດ​ໜ້າ, ເຊື່ອ​ໝັ້ນ​ວ່າ: ​ຈີນ​ຈະ​ສາ​ມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຈາກ​ສະ​ພາບ​ພະ​ຍາດ​ໂຄວິດ-19 ແລະ​ຈັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຕາມ​ເວ​ລາ​ກຳ​ນົດ​ຢ່າງ​ສຳ​ເລັດ​ຜົນ ເຊິ່ງ​ຍ່ອມຈະ​ສ້າງ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ຫວັງ​ຫຼາຍກວ່າ​​ເກົ່າໃຫ້​ກັບ​ໂລກ​ໄດ້​ຢ່າງ​ແນ່ນອນ.

ຄຳ​ເຫັນ

0