陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະເທດຈີນໄດ້ພິມຄວາມເຫັນຊີ້ນຳກ່ຽວກັບການປະຕິບັດສັນຍາອາເຊັບໃຫ້ມີຄຸນ ນະພາບສູງ

2022-01-27 12:13:14 cri

 

ວັນທີ 1 ມັງກອນປີ 2022,ສັນຍາການພົວພັນຄູ່ຮ່ວມມືເສດຖະກິດ ຮອບດ້ານໃນພາກພື້ນຫຼືອາເຊັບເຊິ່ງເປັນສັນຍາການຄ້າເສລທີ່ໃຫຍ່ກວ່າໝູ່ໃນ ໂລກໄດ້ເກີດມີຜົນບັງຄັບໃຊ້ຢ່າງເປັນທາງການ. ໃນວັນທີ 26 ມັງກອນ,6 ພາກສ່ວນຂອງຈີນໄດ້ຮ່ວມກັນພິມຄວາມເຫັນຊີ້ນຳກ່ຽວກັບການປະຕິບັດອາເຊັບ

 

ໃຫ້ມີຄຸນນະພາບສູງ.ອາເຊັບໄດ້ຮັບການປະຕິບັດມາເກືອບໜຶ່ງເດືອນແລ້ວ,ວິສາ ຫະກິດສົ່ງອອກຂອງຈີນໄດ້ຮ້ອງຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າແລະໄດ້ອອກຖະແຫຼງການກ່ຽວກັບແຫຼ່ງກຳເນີດສິນຄ້າລວມທັງໝົດເກືອບ 25.000 ສະບັບ,ມີ ມູນຄ່າສິນຄ້າ 9.25 ຕື້ຢວນ.

 

ເພື່ອຈັດຕັ້ງປະຕິບັດຄຳໝັ້ນສັນຍາແລະກົດລະບຽບໃນການເປີດຕະຫຼາດທີ່ສັນຍາໄດ້ລະບຸໄວ້ນັ້ນຢ່າງຮອບດ້ານ,ຫວ່າງມໍ່ໆນີ້, 6 ພາກສ່ວນ ຂອງຈີນ ເຊັ່ນ:ກະຊວງການຄ້າເປັນຕົ້ນໄດ້ຮ່ວມກັນພິມຄວາມເຫັນຊີ້ນຳກ່ຽວກັບການປະຕິບັດສັນຍາອາເຊັບໃຫ້ມີຄຸນນະພາບສູງ.ໂດຍໃຫ້ຄຳໝັ້ນສັນຍາວ່າຄວາມເຫັນຊີ້ນຳສະບັບນີ້ໄດ້ກວມທັງເນື້ອໃນ 6 ດ້ານເປັນຕົ້ນແມ່ນການນຳໃຊ້ໂອກາດການເປີດປະຕູແລະກົດລະບຽບຂອງສັນຍາໃຫ້ດີ,ຊຸກຍູ້ການຍົກລະດັບອຸດສາຫະກຳການຜະລິດແລະຍົກສູງຄວາມສາມາດແຂ່ງຂັນຂອງຂະແໜງການ,ຊຸກຍູ້ການຮ່ວມມືແລະ ການປັບປຸງມາດຕະຖານ,ປັບປຸງລະບົບສະໜັບສະໜູນແລະລະບົບຄົບຊຸດດ້ານ ການທະນາຄານ,ສຳລັບທ້ອງຖິ່ນຕ້ອງນຳໃຊ້ກົດລະບຽບຕາມເງື່ອນໄຂຂອງທ້ອງ ຖິ່ນນັ້ນໃຫ້ດີ,ເຮັດການບໍລິການຄົບຊຸດໃຫ້ດີຢ່າງຕໍ່ເນື່ອງ,ເປີດກວ້າງການຮ່ວມມືສາກົນຕື່ມອີກ,ເພີິ່ມທະວີຄວາມສາມາດຂອງວິສາຫະກິດໃນການເຂົ້າຮ່ວມການແຂ່ງຂັນໃນຕະຫຼາດສາກົນ.

ຄຳ​ເຫັນ

0