ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ກ່ຽວກັບສະພາບການຢູ່ປະເທດຕົງກາຫຼັງເກີດໄພພິບັດຈາກພູໄຟລະເບີດ, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຂ່າວໃນວັນທີ 26 ມັງກອນນີ້ວ່າ: ຈີນຈະຊ່ວຍເຫຼືອບັນເທົາທຸກແກ່ຕົງກາທີ່ມີມູນຄ່າ 20 ລ້ານຢວນອີກຄັ້ງໜຶ່ງ ແລະຈະອີງຕາມສະພາບໄພພິບັດແລະຄວາມຕ້ອງການຂອງຕົງກາ, ຈີນຈະສືບຕໍ່ໃຫ້ການຊ່ວຍເຫຼືອຕາມຄວາມສາມາດຂອງຕົນເພື່ອບັນເທົາທຸກແລະການສ້າງສາປະເທດຄືນໃໝ່ຫຼັງໄພພິບັດ.
ຫວ່າງມໍ່ໆນີ້, ຕົງກາ ປະເທດເກາະດອນໃນປາຊີຟິກໃຕ້ ໄດ້ຮັບຜົນກະທົບຈາກພູໄຟລະເບີດ, ລັດຖະບານຈີນໄດ້ໃຫ້ການຊ່ວຍເຫຼືອໃນທັນທີຜ່ານຫຼາຍຊ່ອງທ່າງ. ທ່ານຈ້າວລີ້ຈ່ຽນໄດ້ຕອບຄຳຖາມທີ່ກ່ຽວຂ້ອງວ່າ: ກ່ອນໜ້ານີ້, “ສະພາກາແດງຈີນໄດ້ໃຫ້ການຊ່ວຍເຫືອດ້ານມະນຸດສະທຳສຸກເສີນເປັນເງິນສົດ 1 ແສນໂດລາສະຫະລັດໃຫ້ກັບຕົງກາ. ລັດຖະບານຈີນກໍໄດ້ສົ່ງນ້ຳດື່ມ, ອາຫານ ແລະເຄື່ອງວັດຖຸຕ່າງໆເພື່ອຮັບມືສຸກເສີນຢ່າງວ່ອງໄວ ແລະມອບໃຫ້ຕົງກາໃນວັນທີ 19 ມັງກ່ອນຜ່ານມາໂດຍຜ່ານສະຖານທູດຈີນປະຈຳຕົງກາ, ນີ້ແມ່ນເຄື່ອງຊ່ວຍເຫຼືອງວດທຳອິດທີ່ລັດຖະບານຕົງກາໄດ້ຮັບຫຼັງເກີດໄພພິບັດ. ນອກນີ້, ລັດຖະບານຈີນຍັງໄດ້ຫ້າງຫາເຄື່ອງຊ່ວຍເຫຼືອບັນເທົາທຸກທີ່ມີມູນຄ່າ 1 ລ້ານຢວນ ໂດຍຜ່ານສະຖານທູດຈີນປະຈຳປະເທດຟິຈີທີ່ຢູ່ໃກ້ກັບຕົງກາ ເຊິ່ງເຄື່ອງເຫຼົ່ານີ້ໄດ້ສົ່ງໄປຮອດຕົງກາໂດຍທາງ ທະເລໃນວັນທີ 27 ມັງກອນຜ່ານມານີ້. ບົນພື້ນຖານດັ່ງກ່າວ, ຈີນຈະສືບຕໍ່ມອບເຄື່ອງຊ່ວຍເຫຼືອທີ່ມີມູນຄ່າ 20 ລ້ານຢວນໃຫ້ກັບຕົງກາອີກຄັ້ງໜຶ່ງ.”
ຄຳເຫັນ
0