吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະເພນີບຸນກຸດຈີນ: ໂມ້ເຕົ້າຮູ້ໃນມື້ແຮມ 10 ຄ່ຳ ເດືອນ 12

2022-01-27 10:00:32 cri

  ປະເພນີບຸນກຸດຈີນ: ໂມ້ເຕົ້າຮູ້ໃນມື້ແຮມ 10 ຄ່ຳ ເດືອນ 12_fororder_微信图片_20220127095956

    ວັນທີ 27 ມັງກອນປີນີ້ ຕົກເປັນມື້ແຮມ 10 ຄ່ຳ ເດືອນ 12 ຕາມຈັນທະຄະຕິຈີນ. ໃນມື້ນີ້, ຈີນມີປະເພນີໂມ້ເຕົ້າຮູ້. ແຕ່ກ່ອນ, ໃນຍາມປົກກະຕິ ປະຊາຊົນຈີນບໍ່ມີເຕົ້າຮູ້ກິນ ຈຶ່ງພາກັນເຫັນວ່າ ເຕົ້າຮູ້ແມ່ນອາຫານຊັ້ນດີ. ໃນມື້ແຮມ 10 ຄ່ຳ ເດືອນ 12 ຕາມຈັນທະຄະຕິຈີນ, ປະຊາຊົນຈີນໄດ້ພາກັນເຮັດເຕົ້າຮູ້ຢ່າງເປັນຂະບວນ ເພື່ອເອົາໄວ້ກິນໃນເດືອນຈຽງ. ສຳລັບການອອກສຽງຂອງຄຳວ່າ “ເຕົ້າຮູ້” ໃນພາສາຈີນແລ້ວຄ້າຍຄືກັນກັບສຽງຂອງຄຳວ່າ “ຄວາມລ້ຳລວຍ” ເຊິ່ງໄດ້ສະແດງໃຫ້ເຫັນເຖິງ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ທີ່ຫວັງຢາກລ້ຳລວຍ ແລະ ມີຄວາມປອດໄພ. 

    ຢູ່ບາງທ້ອງຖິ່ນຂອງປະເທດຈີນ ຍັງມີປະເພນີກິນເສດເຕົ້າຮູ້ກ່ອນວັນສິ້ນປີ ຕາມເທບນິຍາຍຂອງຈີນ: ຫຼັງຈາກເທວະດາເຕົາໄຟຖວາຍລາຍງານສະພາບການກິນຂອງໂລກມະນຸດໃຫ້ແກ່ເງີກຊຽນຮ່ອງເຕ້ແລ້ວ,   ເງີກຊຽນຮ່ອງເຕ້ ກໍ່ຈະລົງສຳຫຼວດຢູ່ໂລກມະນຸດໃນມື້ແຮມ 10 ຄ່ຳ ເດືອນ 12 ເພື່ອພິສູດວ່າ ສະພາບການຂອງແຕ່ລະຄອບຄົວເປັນຄືກັນກັບການລາຍງານຂອງເທວະດາເຕົາໄຟ ຫຼືບໍ່. ສະນັ້ນ, ມວນມະນຸດຈຶ່ງພາກັນກິນເສດເຕົ້າຮູ້ ເພື່ອສະແດງໃຫ້ເຫັນເຖິງຄວາມຫຍຸ້ງຍາກລຳບາກ ແລະຄວາມມຸ່ງຫວັງຢາກໃຫ້ເງີກຊຽນຮ່ອງເຕ້ ເຮັດໃຫ້ຜົນການເກັບກ່ຽວໃນປີໃໝ່ດີຂຶ້ນ. ແນວຄຶດດັ່ງກ່າວເກີດຂຶ້ນ ກໍ່ແມ່ນຍ້ອນຄວາມມຸ່ງມາດປາດຖະໜາຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ອັນດີງາມ ແລະເຫຼືອຢູ່ເຫຼືອກິນ. 
 

ຄຳ​ເຫັນ

0