覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາຍົກປາກີສະຖານຄອງຄອຍທີ່ສຸດທີ່ຈະເດີນທາງໄປປັກກິ່ງເພື່ອເບິ່ງງານກິລາໂອລິມປິກ

2022-01-28 10:45:45 cri

ນາຍົກປາກີສະຖານຄອງຄອຍທີ່ສຸດທີ່ຈະເດີນທາງໄປປັກກິ່ງເພື່ອເບິ່ງງານກິລາໂອລິມປິກ_fororder_巴基斯坦总理
 

ວັນທີ 27 ມັງກອນນີ້, ທ່ານອິມຣານ ຄານ ນາຍົກລັດຖະມົນຕີປາກີສະ ຖານທີ່ກຳລັງຈະເດີນທາງໄປເຂົ້າຮ່ວມພິທີເປີດງານກິລາໂອລິມປິກລະດູໜາວປັກກິ່ງ2022ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຢູ່ນະຄອນຫຼວງອິສລາມາບັດໂດຍຢືນຢັນວ່າ: ນີິ້ຈະເປັນເທື່ອທຳອິດທີ່ທ່ານເບິ່ງງານກິລາໂອລິມປິກຢູ່ກັບບ່ອນ ສະນັ້ນທ່ານຈິ່ງ ຄອງຄອຍທີ່ສຸດຕໍ່ກັບເລື່ອງນີ້.
 

ທ່ານອິມຣານ ຄານ ກ່າວວ່າ: “ຂ້າພະເຈົ້າຄອງຄອຍທີ່ສຸດທີ່ຈະນຳພາຄະນະ ຜູ້ແທນໄປຢ້ຽມຢາມປະເທດຈີນໃນອາທິດໜ້າ. ເພາະວ່າ, ຂ້າພະເຈົ້າເອງເປັນນັກ ກິລາຜູ້ໜຶ່ງ, ອີກຢ່າງໜຶ່ງກໍຍ້ອນວ່າສາຍພົວພັນລະຫວ່າງສອງປະເທດພວກເຮົາ ແມ່ນມີຄວາມແໜ້ນແຟ້ນທີ່ສຸດ. ສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ທຳລາຍຫຼາຍສິ່ງຫຼາຍຢ່າງ, ການແຂ່ງຂັນກິລາຢູ່ແຫ່ງຕ່າງໆໃນ ທົ່ວໂລກຕ່າງກໍໄດ້ຮັບຜົນກະທົບຈາກພະຍາດນີ້, ຂ້າພະເຈົ້າເຫັນວ່າ: ພາຍໃຕ້ສະພາບການແບບນີ້,ຈີນຍັງສາມາດຈັດງານກິລາໂອລິມປິກລະດູໜາວໄດ້ເຊິ່ງເປັນສິ່ງທີ່ໜ້າເຄົາລົບນັບຖືທີ່ສຸດ.”

ຄຳ​ເຫັນ

0