陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຖ້າຝ່າຍອາເມຣິກາຢາກຕຳໜິປະເທດທີ່ດຳເນີນການຄ້າມະນຸດ,ປະເທດທີ່ຄວນຕຳໜິທີ່ສຸດກ່ອນໝູ່ແມ່ນອາເມຣິກາເອງ!

2022-01-28 12:07:23 cri

ຖ້າຝ່າຍອາເມຣິກາຢາກຕຳໜິປະເທດທີ່ດຳເນີນການຄ້າມະນຸດ,ປະເທດທີ່ຄວນຕຳໜິທີ່ສຸດກ່ອນໝູ່ແມ່ນອາເມຣິກາເອງ!_fororder_W020220127705653247405

 

ໃນກອງປະຊຸມຖະແຫຼງຂ່າວໃນວັນທີ 27 ມັງກອນນີ້,ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນຊີ້ອອກວ່າ,ຖ້າຝ່າຍອາເມຣິກາຢາກຕຳໜິ ປະເທດທີ່ດຳເນີນການຄ້າມະນຸດ,ປະເທດທີ່ຄວນຕຳໜິທີ່ສຸດກ່ອນໝູ່ນັ້ນກໍ່ແມ່ນ ອາເມຣິກາເອງ.

 

ມີລາຍງານຂ່າວແຈ້ງວ່າ:ວັນທີ 25 ມັງກອນນີ້,ກະຊວງການຕ່າງ ປະເທດອາເມຣິກາໄດ້ເຜີຍແຜ່ບົດລາຍງານກ່ຽວກັບການຄ້າມະນຸດປະຈຳປີໂດຍ ທ່ານອັນໂຕນີ ບລິນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ ກ່າວວ່າ:ພາຍໃນປີໃໝ່ນີ້ ກະຊວງການຕ່າງປະເທດອາເມຣິກາສືບຕໍ່ສຸໃສ່ ຕຳໜິ ປະເທດທີ່ດຳເນີນການຄ້າມະນຸດ,ລວມທັງກູບາ ສປປເກົາຫຼີ ຣັດເຊຍແລະ ຈີນ.ຕໍ່ກັບເລື່ອງ ນີ້,ທ່ານຈ້າງລີ້ຈ່ຽນກ່າວວ່າ:

 

“ອາເມຣິກາບໍ່ເອົາຫົວຊານຳເລື່ອງຈິງ,ກ່າວຖ້ອຍທຳນອງເກົ່າ,ເຜີຍແຜ່ ອັນທີ່ເອີ້ນວ່າບົດລາຍງານກ່ຽວກັບບັນຫາການຄ້າມະນຸດອີກແລ້ວອີກຕໍ່,ຕຳໜິ ປະເທດອື່ນຢ່າງໄຮ້ສາລະ,ນີ້ໄດ້ເຜີຍແບເຈດຕະນາອັນຊົ່ວຊ້າຂອງຝ່າຍອາເມ ຣິກາທີ່ສວຍໃຊ້ບັນຫາທີ່ກ່ຽວຂ້ອງເພື່ອໃສ່ຮ້າຍປ້າຍສີກຽດສັກສີຂອງປະເທດອື່ນ ເພື່ອແຊກແຊງວຽກງານພາຍໃນຂອງປະເທດອື່ນ.ຝ່າຍຈີນສະແດງຄວາມບໍ່ພໍໃຈທີ່ສຸດຕໍ່ເລື່ອງນີ້ແລະສະແດງການຄັດຄ້ານຢ່າງເດັດດ່ຽວ.”

 

ທ່ານຈ້າວລີ້ຈ່ຽນກ່າວວ່າ,ຜົນສຳເລັດຂອງລັດຖະບານຈີນໃນດ້ານວຽກງານ ປາບປາມການຄ້າມະນຸດນັ້ນແມ່ນປະຈັກຕາຄົນທັງຫຼາຍ,ສ່ວນຈຸດເປິະເປື້ອນຂອງ ຝ່າຍອາເມຣິກາໃນບັນຫາການຄ້າມະນຸດນັ້ນພັດໄດ້ເຮັດໃຫ້ຄົນຕື່ນຕົກໃຈ.ຕາມສື່ ມວນຊົນລາຍງານວ່າ:ໃນ 5 ປີຜ່ານມາ,ປະຊາກອນໂລກທີ່ຖືກຄ້າຂາຍໄປ ອາເມຣິກາເພື່ອເປັນແຮງງານແບບບັງຄັບໃນແຕ່ລະປີມີເຖິງ 1 ແສນຄົນ.

ຄຳ​ເຫັນ

0