覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັນທີ່ເອີ້ນວ່າ “ຈີນໄດ້ບັງຄັບຂົ່ງຂູ່ລີຕົວນີ” ນັ້ນເປັນຖ້ອຍຄຳທີ່ບໍ່ມີມູນຄວາມຈິງ ແລະປິ້້ນຂາວເປັນດຳແທ້ໆ

2022-01-28 10:48:38 cri

ອັນທີ່ເອີ້ນວ່າ “ຈີນໄດ້ບັງຄັບຂົ່ງຂູ່ລີຕົວນີ” ນັ້ນເປັນຖ້ອຍຄຳທີ່ບໍ່ມີມູນຄວາມຈິງ ແລະປິ້້ນຂາວເປັນດຳແທ້ໆ_fororder_外交部记者会27日
 

ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມ ຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 27 ມັງກອນນີ້ວ່າ: ອັນທີ່ເອີ້ນວ່າ “ຈີນໄດ້ບັງຄັບຂົ່ງຂູ່ລີຕົວນີ” ນັ້ນເປັນຖ້ອຍຄຳທີ່ບໍ່ມີມູນຄວາມຈິງແລະປິ້ນຂາວ ເປັນດຳແທ້ໆ.
 

 ຕາມຂ່າວລາຍງານວ່າ: ສະຫະພາບເອີຣົບໄດ້ຍືນຄຳຮ້ອງຕໍ່ອົງການການ ຄ້າໂລກເພື່ອຟ້ອງຈີນວ່າໄດ້ນຳໃຊ້ມາດຕະການ “ຈຳແນກທາງດ້ານການຄ້າ” ຕໍ່ປະເທດລີຕົວນີ. ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວ, ທ່ານຈ້າວລີ້ຈ່ຽນໄດ້ໃຫ້ ທັດສະນະດັ່ງກ່າວພ້ອມທັງກ່າວເນັ້ນໜັກວ່າ: “ບັນຫາລະຫວ່າງຈີນກັບລີຕົວນີເປັນ ບັນຫາການເມືອງ, ບໍ່ແມ່ນບັນຫາເສດຖະກິດ, ບັນຫາລະຫວ່າງຈີນກັບລີຕົວນີເປັນ ບັນຫາທີ່ເກີດຂຶ້ນຍ້ອນຝ່າຍລີຕົວນີຝ່າຝືນຄຳໝັ້ນສັນຍາ,ແລະທຳລາຍຜົນປະໂຫຍດຂອງຈີນ, ແຕ່ບໍ່ແມ່ນບັນຫາກ່ຽວກັບຈີນກົດດັນລີຕົວນີເພີ່ມຂຶ້ນ, ບັນຫາລະຫວ່າງ ຈີນກັບລີຕົວນີເປັນບັນຫາລະຫວ່າງສອງຝ່າຍຈີນ-ລີຕົວນີ, ແຕ່ບໍ່ແມ່ນບັນຫາລະ ຫວ່າງຈີນກັບສະຫະພາບເອີຣົບ. ຈີນໄດ້ເລັ່ງທວງໃຫ້ລີຕົວນີດັດແກ້ຄວາມຜິດພາດຂອງຕົນໃນທັນທີ, ຢ່າສູ່ເປັນ ‘ເຄື່ອງມື’ ໃຫ້ກັບອິດທິກຳລັງແບ່ງແຍກໄຕ້ຫວັນໃຫ້ ເປັນເອກະລາດ ແລະອິດທິກຳລັງຕໍ່ຕ້ານຈີນ, ລີຕົວນີຄວນກັບຄືນສູ່ທິດທາງທີ່ ຖືກຕ້ອງທີ່ເຄີຍຍຶດໝັ້ນໃນຫຼັກການ ‘ປະເທດຈີນດຽວ’, ແລະຈີນກໍຂໍເຕືອນໃຫ້ຝ່າຍສະຫະພາບເອີຣົບຈົ່ງຈຳແນກອັນໃດຖືກອັນໃດຜິດຢ່າງຈະແຈ້ງ, ມີສະຕິລະວັງຕົວຕໍ່ ເຈດຕະນາຂອງລີຕົວນີທີ່ຢາກນຳໃຊ້ການພົວພັນຈີນ-ສະຫະພາບເອີຣົບເປັນເຄື່ອງມືນາບຂູ່ຈີນ, ຂແນະນຳໃຫ້ລີຕົວນີຈົ່ງເຮັດແບບດຽວກັນກັບປະເທດສະມາຊິກຂອງສະຫະພາບເອີຣົບອື່ນໆທີ່ປະຕິບັດຕາມຄຳໝັ້ນສັນຍາທາງການເມືອງທີ່ໃຫ້ໄວ້ໃນເວລາສ້າງຕັ້ງສາຍພົວພັນທາງ ການທູດກັບຈີນ.”

ຄຳ​ເຫັນ

0