尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ມື້​ຢູ່​ຍີ່​ປຸ່ນ​ມີຫຼາຍກວ່າ 80 ພັນ​ກໍ​ລະ​ນີ​ເປັນ​ເທື່ອ​ທຳ​ອິດ

2022-01-29 17:16:01 cri

ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ມື້​ຢູ່​ຍີ່​ປຸ່ນ​ມີຫຼາຍກວ່າ 80 ພັນ​ກໍ​ລະ​ນີ​ເປັນ​ເທື່ອ​ທຳ​ອິດ_fororder_2cf5e0fe9925bc31cb11f3cc30cd43b8cb137036

      ຕາມສະ​ຖິ​ຕິ​ຈາກວິ​ທະ​ຍຸ​ໂທ​ລະ​ພາບຍີ່​ປຸ່ນ​ຫຼື NHK ສະ​ແດງ​ໃຫ້​ເຫັນ​ວາ: ນັບ​ມາ​ຮອດ​ເວ​ລາ 16 ໂມງ​ຂອງວັນ​ທີ 28 ມັງ​ກອນ​ນີ້ຕາມ​ເວ​ລາ​ວຽງ​ຈັນ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ມື້​ຢູ່​ຍີ່​ປຸ່ນ​ໃນ​ມື້​ດັ່ງ​ກ່າວ​ໄດ້​ມີ​ຫຼາຍກວ່າ 80 ພັນ​ກໍ​ລະ​ນີ​ເປັນ​ເທື່ອ​ທຳ​ອິດ, ລວມ​ທັງ​ໝົດ​ມີ​ເຖິງ 2.520.646 ກໍ​ລະ​ນີ; ຈຳ​ນວນ​ຜູ້​ເສ​ຍ​ຊີ​ວິດ​ເພີ່ມ​ໃໝ່​​ຕໍ່​ມື້ຍ້ອນ​ເປັນ​ພະ​ຍາດ​ມີ 43 ກໍ​ລະ​ນີ, ລວມ​ທັງ​ໝົດ​ມີ​ເຖິງ 18.707 ກໍ​ລະ​ນີ.

ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ມື້​ຢູ່​ຍີ່​ປຸ່ນ​ມີຫຼາຍກວ່າ 80 ພັນ​ກໍ​ລະ​ນີ​ເປັນ​ເທື່ອ​ທຳ​ອິດ_fororder_810a19d8bc3eb135f290b02148ca65dafc1f4437

      ຕົວ​ເລກ​ສະ​ຖິ​ຕິ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ: ວັນ​ທີ 28 ມັງ​ກອນ​ນີ້, ​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ມື້ຢູ່​ນະ​ຄອນ​​ຫຼວງ​ໂຕ​ກຽວ​ມີ​ເຖິງ 17.631 ກໍ​ລະ​ນີ, ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ເປັນ​ມື້​ທີ 4 ຕິດ​ຕໍ່​ກັນ, ສ່ວນ​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາ​ດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ມື້​ຢູ່​ແຂວງ​ໂອ​ຊາ​ກາ​ກໍ່​ໄດ້​ມີ​ຫຼາຍກວ່າ 10 ພັນ​ກໍ​ລະ​ນີ​ເປັນ​ເທື່​ອ​ທຳ​ອິດ. ​ພະ​ຍາດ​ໂຄວິດ-19 ຍັງ​ສືບ​ຕໍ່​ແຜ່​ລະ​ບາດ​ຢູ່​ຫຼາຍ​ເຂດ​ໃນ​ຍີ່​ປຸ່ນ​ຢ່າງວ່ອງ​ໄວ.

ຄຳ​ເຫັນ

0