吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະເພນີບຸນກຸດຈີນ: ຄົວ​ໄກ່ເພື່ອສະຫຼອງບຸນກຸດຈີນ ໃນມື້ແຮມ 12 ຄ່ຳ ເດືອນ 12

2022-01-29 10:12:52 cri

ປະເພນີບຸນກຸດຈີນ: ຄົວ​ໄກ່ເພື່ອສະຫຼອງບຸນກຸດຈີນ ໃນມື້ແຮມ 12 ຄ່ຳ ເດືອນ 12_fororder_微信图片_20220129101154

    ວັນທີ 29 ມັງກອນປີນີ້ ຕົກເປັນມື້ແຮມ 12 ຄ່ຳ ເດືອນ 12 ຕາມປະຕິທິນຈັນທະຄະຕິຈີນ, ຕາມ​ປະ​ເພ​ນີ​ຈີນ, ມື້​ນີ້​ເປັນ​ມື້​ທີ່​ຄົວ​ໄກ່​ເພື່ອສະຫຼອງບຸນກຸດຈີນ. ຕາມ​ເທບ​ນິ​ຍາຍ​ຂອງ​ຈີນ, ໄກ່​ຜູ້​ແມ່ນ​ປ່ຽນ​ຈາກ​ເທວະ​ດາ​ເພື່ອ​ແຈ້ງ​ເວ​ລາ​ຢູ່​ໂລກ​ມະ​ນຸດ, ຄົວ​ໄກ່​ແມ່ນ​ເພື່ອ​ໃຫ້​ເພິ່ນ​ສາ​ມາດ​ກັບ​ຄືນ​ສູ່​ສະ​ຫວັນ ແລະ​ພັກ​ຜ່ອນ, ທັງ​ຖວາຍ​ລາຍ​ງານ​ໃຫ້​ເງີກ​ຊຽນ​ຮ່ອງ​ເຕ້​ວ່າ​ຄອບ​ຄົວ​ນີ້​ດຸ​ໝັ່ນ ຫຼື​ບໍ່. “​ໄກ່​ເພື່ອສະຫຼອງບຸນກຸດຈີນ” ໃນ​ແຫ່ງ​ຕ່າງໆ​ຂອ​ງ​ຈີນ​ກໍ​ມີ​ຄວາມ​ແຕກ​ຕ່າງ​ກັນ, ຕົວ​ຢ່າງ​ຄື: ຢູ່​ນະ​ຄອນ​ທ່ຽນ​ສິນ, ແມ່ນ​ຕ້ອງ​ຄົວ​ໄກ່​ຜູ້, ເພາະ​ວ່າ​ມັນ​ສວຍ​ງາມ ແລະ​ມີ​ຄວາມ​ສະ​ຫງ່າ.

    ແຕ່​ກີ້, “​ໄກ່​ເພື່ອສະຫຼອງບຸນກຸດຈີນ” ຕ້ອງ​ເອົາ​ໄວ້​ກິນ​ໃນ​ມື້​ສິ້ນ​ປີ, ທັງ​ບໍ່​ສາ​ມາດ​ໃຫ້ໝົດ​ໃນ​ມື້​ນັ້ນ, ຕ້ອ​ງ​ຈົ່ງ​ໄວ້​ໜ້ອຍ​ໜຶ່ງ. ເພາະ​ວ່າໄກ່​ມີ​ຄວາມ​ໝາຍ​ທີ່​ສິ​ລິ​ມຸງ​ຄຸນ, ສະ​ນັ້ນ, ໃນ​ໄລ​ຍະ​ບຸນ​ກຸດ​ຈີນ, ​ຕ້ອງ​ມີ​ຊີ້ນ​ໄກ່ໃນແຕ່​ລະ​ມື້, ​ໝາຍ​ຄວາມ​ວ່າ​ຈະ​ມີ​ຄວາມ​ສິ​ລິ​ມຸງ​ຄຸນ​ໃນ​ປີ​ໃໝ່.

ຄຳ​ເຫັນ

0