蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຮືອ​ບິນ​ຂົນ​ສົ່ງ ຢຸ້ນ-20 ສອງ​ລຳ​ຂອງກອງ​ທັບ​ອາ​ກາດ​ຈີນ​ສົ່ງເຄື່ອງ​ຊ່ວຍ​ເຫຼືອ​ໄປ​ຮອດ​ປະ​ເທດ​ຕົງ​ກາແລ້ວ

2022-01-29 11:01:23 CRI

ເຮືອ​ບິນ​ຂົນ​ສົ່ງ ຢຸ້ນ-20 ສອງ​ລຳ​ຂອງກອງ​ທັບ​ອາ​ກາດ​ຈີນ​ສົ່ງເຄື່ອງ​ຊ່ວຍ​ເຫຼືອ​ໄປ​ຮອດ​ປະ​ເທດ​ຕົງ​ກາແລ້ວ_fororder_tangjia

     ຜ່ານ​ການ​ບິນໄລ​ຍະ​ທາງຍາວ 1 ໝື່ນກວ່າ​ກິ​ໂລ​ແມັດ, ໜ່ວຍປະ​ຕິ​ບັດ​ງານ​ຂົນ​ສົ່ງ​ທາງ​ອາ​ກາດ​​ທີ່​ນຳ​ໃຊ້ເຮືອ​ບິນ​ຂົນ​ສົ່ງ ຢຸ້ນ-20 ສອງ​ລຳ​ຂອງກອງ​ທັບ​ອາ​ກາດ​ຈີນ​​ໄດ້​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ໄປ​ຮອດ​ສະ​ໜາມ​ບິນ​ສາ​ກົນ​ນຸກ​ອາ​ໂລ​ຟາ​ ນະ​ຄອນ​ຫຼວງ​ປະ​ເທດ​ຕົງ​ກາ​ແລ້ວ.

     ພາຍ​ຫຼັງພູ​ເຂົາ​ໄຟ​ຕົງ​ກາ​ລະ​ເບີດ​ໄດ້ເຮັດ​ໃຫ້​ເກີດ​ມີ​ໄພ​ພິ​ບັດຢ່າງ​ໜັກ​ໜ່ວງ, ໂດຍ​ຕອບ​ສະ​ໜອງຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ປະ​ເທດ​ຕົງ​ກາ​ທີ່​ຂໍ​ຄວາມ​ຊ່ວຍ​ເຫຼືອ​ເພື່ອ​ບັນ​ເທົາ​ທຸກ, ກອງ​ທັບອາ​ກາດ​ຈີນ​ໄດ້​ສົ່ງ​ເຄື່ອງຊ່ວຍ​ເຫຼືອ​ໄປໃຫ້ປະ​ເທດ​ດັ່ງ​ກ່າວດ້ວຍ​ເຮືອ​ບິນ​ຂົນ​ສົ່ງ​ແລະ​ພາ​ຫະ​ນະ​ອື່ນໆ. ເຮືອ​ບິນ​ຂົນ​ສົ່ງ ຢຸ້ນ-20 ສອງ​ລຳ​ຂອງກອງ​ທັບ​ອາ​ກາດ​ຈີນ​ທີ່​ປະ​ຕິ​ບັດ​ໜ້າ​ທີ່​ເທື່ອນີ້​ແມ່ນ​ບິນ​ອອກ​ຈາກ​ສະ​ໜາມ​ບິນ​ປາຍ​ຢຸນ​ຂອງ​ນະ​ຄອນກວາງ​ໂຈ່ປະ​ເທດ​ຈີນ​ໃນ​ວັນ​ທີ 27 ມັງ​ກອນນີ້ ເຊິ່ງ​ໄດ້​ບັນ​ທຸກ​ເຄື່ອງຊ່ວຍ​ເຫຼືອ​ດ່ວນ​ແລະ​ວັດ​ຖຸ​​ອຸ​ປະ​ກອນ​ທີ່ໃຊ້​ໃນ​ການ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່ຫຼັງ​ປະ​ສົບ​ໄພມີ​ທັງ​ໝົດ 30 ກວ່າ​ໂຕນ, ໃນ​ນັ້ນລວມ​ທັງ​ອາ​ຫານ ນ້ຳ​ດື່ມ ເຄື່ອງ​ກັ່ນກອງ​ນ້ຳ​ ຕູບ​ຜ້າ​ເຕັ້ນ ຕຽງ​ພັບ ເຄື່ອງ​ປ້ອງ​ກັນ​ຕົວ​ ອຸ​ປະ​ກອນ​ສື່​ສານ ແລະ​ອື່ນໆ.

ຄຳ​ເຫັນ

0