尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ຫວາງ​ຢີ້ ສົນ​ທະ​ນາ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດມົງ​ໂກ​ລີຜ່ານ​ທາງ​ໂທ​ລະ​ສັບ

2022-01-29 17:15:31 cri

      ວັນ​ທີ 28 ມັງ​ກອນ​ນີ້, ທ່ານ ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່​ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ສົນ​ທະ​ນາ​ກັບ​ທ່ານ ບັດ​ມູນ ບັດ​ເຊັດ​ແຊກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມົງ​ໂກ​ລີ​​ຜ່ານ​ທາງ​ໂທ​ລະ​ສັບ.

      ທ່ານ ຫວາງ​ຢີ້ ກ່າວ​ວ່າ: ພາຍ​ໃຕ້​ການຊີ້​ນຳ​ນຳ​ພາ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ ​ແລະ ທ່ານ ອຸກ​ນາ​ອາ​ກິນ ຄູ​ເຣວ​ຊຸກ​ຮ໌ ປະ​ທາ​ນາ​ທິ​ບໍ​ດີມົງ​ໂກ​​ລີ, ສອງ​ຝ່າຍ​ໄດ້​ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ແລະ​ສາ​ມັກ​ຄີ​ກັນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຈາກ​ຜົນ​ກະ​ທົບ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19,ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັນ​ໃໝ່. ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ມົງ​ໂກ​ລີ,ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້​ໄດ້​ຮັບ​ໝາກ​ຜົນ​​ຢ່າງ​ແທ້​ຈິງ​ຫຼາຍກວ່າ​ເກົ່າ,ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ກ້າວ​ເຂົ້າ​ສູ່​ລະ​ດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

      ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມົງ​ໂກ​ລີ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຝ່າຍ​ຈີນ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທີ່​ເຂັ້ມ​ແຂງ​ແລະ​ເດັດ​ດ່ຽວ​ໜຽວ​ແໜ້ນ​ໃຫ້​ກັບ​ຝ່າຍ​ມົງ​ໂກ​ລີໃນ​ຂະ​ນະ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ​ມົງ​ໂກ​ລີ​ຫວັງ​ຈະ​ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ກັນ​ກັບ​ຝ່າຍ​ຈີນຢ່າງ​ເລິກ​ເຊິ່ງ,ເພີ່ມ​​ທະ​ວີການ​ຮ່ວມ​ມື​ຮອບ​ດ້ານ​ໃນ​ຂົງ​ເຂດ​ການ​ຄ້າ​ຜະ​ລິດ​ຕະ​ພັນ​ບໍ່​ແຮ່,ດ່ານ​ຊາຍ​ແດນ,ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ,ການ​ເງິນ,ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແລະ​ຂົງ​ເຂດ​ອື່ນ​ໆ.​

ຄຳ​ເຫັນ

0