郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ​ຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ກ່ຽວ​ກັບວ​ຽກ​ງານ​ຮັກ​ສາ​ຄວາມ​​ໝັ້ນ​ຄົງ​ແຫ່ງ​ຊາດ

2022-01-30 17:12:05 cri

ວັນ​ທີ30ມັງ​ກອນນີ້,ທ່ານ ມູນ​ແຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ​ໄດ້ຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​​ຂອງ​ສະ​ພາ​ຮັກ​ສາ​ຄວາມ​​ໝັ້ນ​ຄົງ​ແຫ່ງ​ຊາດຢູ່ຊອງ​ວາ​ໄຕ​ເພື່ອ​ປຶກ​ສາ​ຫາ​ລືເລື່ອງ​ທີ່​ສ​ປ​ປ​ເກົາ​ຫຼີ​ໄດ້​ຍິງວັດ​ຖຸ​ທີ່​ຄ້າຍ​ຄື​ຂີ​ປະ​ນາ​ວຸດ​ນຳ​ວິ​ຖີ​​ໃນ​ຕອນ​ເຊົ້າ​ມື້​ດຽວ​ກັນ. ນີ້​ເປັນຄັ້ງ​ທຳ​ອິດ​ທີ່​ທ່ານ ມູນ​​ແຈ​ອິນ ເປັນ​ປະ​ທານຈັດ​ກອງ​ປະ​ຊຸ​ມຂອງ​ສະ​ພາ​ຮັກ​ສາ​ຄວາມ​​ໝັ້ນ​ຄົງ​ແຫ່ງ​ຊາດ​ ຫຼັງ​ຈາກ​ທ່ານ​ຂຶ້ນ​ຮັບ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ວັນ​ທີ21ມັງ​ກອນ​ປີ2021ເປັນ​ຕົ້ນ​ມາ.

ຫາງ​ສຽງໃນ​ສ.ເກົາ​ຫຼີ​ເຫັນ​ວ່າ: ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຕັດ​ສິນ​ໃຈ​ຈັດ​ກອງ​ປະ​ຊຸ​ມ​ຄົບ​ຄະ​ນະຂອງ​ສະ​ພາ​ຮັກ​ສາ​ຄວາມ​​ໝັ້ນ​ຄົງ​ແຫ່ງ​ຊາດ ແມ່ນ​ຢາກ​ສະ​ແດງ​ໃຫ້​ເຫັນ​ເຖິງ​ທ່າ​ທີ​ອັນ​ເຄັ່ງ​ຂືມ​ຂອງ​ທ່ານ​ທີ່​ມີ​ຕໍ່​ສ​ປ​ປ​ເກົາ​ຫຼີ​ທີ່​ໄດ້​ຍິງວັດ​ຖຸ​ຄ້າຍ​ຄື​ຂີ​ປະ​ນາ​ວຸດ​​ໃນ​ເຊົ້າ​ມື້ນີ້. ເມື່ອ​ກ້າວ​ເຂົ້າ​ສູ່​ປີ2022ເປັນ​ຕົ້ນ​ມາ,ສ​ປ​ປ​ເກົາ​ຫຼີ​ໄດ້ຍິງ​ຂີ​ປະ​ນາ​ວຸດຫຼາຍ​ເທື່ອ, ຄວາມ​ວິ​ຕົກ​ກັງ​ວົນ​ຂອງ​ປະ​ຊາ​ຊົນ​ສ.ເກົາ​ຫຼີ​ກໍ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.

ວັນ​ທີ30ມັງ​ກອນນີ້ ​ກົມ​ໃຫຍ່​ເສ​ນາ​ທິ​ການ​ປະ​ສົມ​ຂອງ​ສ.ເກົາ​ຫຼີ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ: ໃນ​ເວ​ລາ7ໂມງ52ນາ​ທີ​ຕາມ​ເວ​ລາ​ທ້ອງ​ຖິ່ນ,ສ​ປ​ປ​ເກົາ​ຫຼີ​ໄດ້​ຍິງວັດ​ຖຸ​ທີ່​ຄ້າຍ​ຄືຂີ​ປະ​ນາ​ວຸດ​ນຳ​ວິ​ຖີ​ລູກ​ໜຶ່ງ​ໄປ​ສູ່​ເຂດ​ທະ​ເລ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ແຫຼມ​ເກົາ​ຫຼີ.

ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ​ຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ກ່ຽວ​ກັບວ​ຽກ​ງານ​ຮັກ​ສາ​ຄວາມ​​ໝັ້ນ​ຄົງ​ແຫ່ງ​ຊາດ_fororder_627203950

 

ຄຳ​ເຫັນ

0