吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານເອກອັກຄະລັດຖະທູດຈີນປະຈຳອາເມຣິກາກ່າວເນັ້ນວ່າ:ຈີນ ແລະ ອາເມຣິກາຄວນພ້ອມກັນສະກັດກັ້ນອິດທິກຳລັງແບ່ງແຍກ“ໄຕ້ຫວັນເປັນເອກະລາດ”

2022-01-30 14:50:26 CRI

ທ່ານເອກອັກຄະລັດຖະທູດຈີນປະຈຳອາເມຣິກາກ່າວເນັ້ນວ່າ:ຈີນ ແລະ ອາເມຣິກາຄວນພ້ອມກັນສະກັດກັ້ນອິດທິກຳລັງແຫ່ງແຍກ“ໄຕ້ຫວັນເປັນເອກະລາດ”_fororder_9825bc315c6034a8a4c7d0bbbce2875d082376da


    ຫວ່າງມໍ່ໆມານີ້, ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນອາເມຣິກາ, ທ່ານຊິນກ່າງເອກອັກຄະລັດຖະທູດຈີນປະຈຳອາເມຣິກາກ່າວເນັ້ນວ່າ, ຫຼັກການປະເທດຈີນດຽວເປັນພື້ືນຖານທາງການເມືອງສຳລັບການພົວພັນຈີນ-ອາເມຣິກາ. ຈີນ ກັບ ອາເມຣິກາຕ້ອງພ້ອມກັນສະກັດກັ້ນອິດທິກຳລັງແບ່ງແຍກ“ໄຕ້ຫວັນເປັນເອກະລາດ”.   

 

    ໃນເວລາຕອບຄຳຖາມກ່ຽວກັບບັນຫາໄຕ້ຫວັນ,ທ່ານຊິນກ່າງກ່າວວ່າ, ຫຼັກການປະເທດຈີນດຽວເປັນພື້ນຖານທາງການເມືອງສຳລັບການພົວພັນຈີນ-ອາເມຣິກາ.ໃນເວລາສອງປະເທດສ້າງຕັ້ງສາຍພົວພັນທາງການທູດນຳກັນ,ອາເມຣິກາຮັບຮອງວ່າໃນທົ່ວໂລກມີແຕ່ຈີນດຽວເທົ່ານັ້ນ,ສອງຝັ່ງຊ່ອງແຄບໄຕ້ຫວັນຂຶ້ນກັບປະເທດຈີນ,ລັດຖະບານສ.ປ.ຈີນເປັນລັດຖະບານທີ່ຖືກຕ້ອງຕາມກົດໝາຍພຽງໜຶ່ງດຽວເທົ່ານັ້ນ.ທັງໝົດເຫຼົ່ານີ້ໄດ້ລະບຸໄວ້ໃນຖະແຫຼງການຮ່ວມສາມສະບັບໃນເວລາສ້າງຕັ້ງສາຍພົວພັນຈີນ-ອາເມຣິກາ.


     ທ່ານຊິນກ່າງຊີ້ໃຫ້ເຫັນວ່າ, ຈີນຈະເຮັດສຸດຄວາມສາມາດເພື່ອເຕົ້າໂຮມສອງຝັ່ງເປັນເອກະພາບກັນຢ່າງສັນຕິ ດ້ວຍຄວາມຈິງໃຈ່ທີ່ສຸດ ແລະ ຄວາມພະຍາຍາມຫຼາຍທີ່ສຸດ, ນີ້ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນສອງຝັ່ງຊ່ອງແຄບໄຕ້ຫວັນ, ຜົນປະໂຫຍດຂອງການພົວພັນຈີນ-ອາເມຣິກາ ແລະ ຜົນປະໂຫຍດຂອງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ແຕ່ເຈົ້າໜ້າທີ່ໄຕ້ຫວັນພັດນັບມື້ນັບຊອກຫາເສັ້ນທາງເພື່ອ“ໃຫ້ໄຕ້ຫວັນເປັນເອກະລາດ” ພາຍໃຕ້ການສະໜັບສະໜູນຈາກອາເມຣິກາ. ຈີນຈະບໍ່ໃຫ້ຄຳໝັ້ນສັນຍາວ່າຈະປະຖິ້ມວິທີທີ່ບໍ່ແມ່ນສັນຕິເພື່ອບັນລຸເປົ້າໝາຍທ້ອນໂຮມປະເທດຊາດເປັນເອກະພາບແຕ່ກໍ່ຕ້ອງສະກັດກັ້ນອິດທິກຳລັງແບ່ງແຍກ “ໄຕ້ຫວັນເປັນເອກະລາດ” ແຕ່ບໍ່ໄດ້ແນໃສ່ປະຊາຊົນໄຕ້ຫວັນ.

 

     ທ່ານຊິນກ່າງກ່າວເນັ້ນໜັກວ່າ, ຖ້າວ່າເຈົ້າໜ້າທີ່ໄຕ້ຫວັນຍັງສືບຕໍ່ຊຸກຍູ້ “ໃຫ້ໄຕ້ຫວັນເປັນເອກະລາດ” ພາຍໃຕ້ການສະໜັບສະໜູນຈາກອາເມຣິກາ, ກໍ່ອາດຈະເຮັດໃຫ້ສອງປະເທດໃຫຍ່ຄື:ຈີນ ແລະ ອາເມຣິກາເກີດການປະທະກັນທາງການທະຫານ. ຈີນບໍ່ຢາກປະທະກັບອາເມຣິກາ, ສ່ວນອາເມຣິກາກໍ່ບໍ່ຢາກເຮັດສົງຄາມກັບຈີນ, ສະນັ້ນ, ການບໍ່ມີສົງຄາມ, ບໍ່ມີການປະທະກັນແມ່ນສອດຄ່ອງກັບຜົນປະໂຫຍດອັນໃຫຍ່ຫຼວງລະຫວ່າງຈີນ ກັບ ອາເມຣິກາ.

ຄຳ​ເຫັນ

0