吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະທານາທິິບໍດີກາຊັກສະຖານກ່າວວ່າ:ປະເທດຕົນຈະເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າ ແລະ ການລົງທຶນກັບຈີນ ຍ້ອນຈີນເປັນປະເທດບ້ານໃກ້ເຮືອນຄຽງທີ່ມີໄມຕີຈິດມິດຕະພາບທີ່ດີ

2022-01-30 15:26:31 CRI

ປະທານາທິິບໍດີກາຊັກສະຖານກ່າວວ່າ:ປະເທດຕົນຈະເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າ ແລະ ການລົງທຶນກັບຈີນ ຍ້ອນຈີນເປັນປະເທດບ້ານໃກ້ເຮືອນຄຽງທີ່ມີໄມຕີຈິດມິດຕະພາບທີ່ດີ_fororder_托卡耶夫


    ວັນທີ 29 ມັງກອນນີ້, ທ່ານກາຊິມ ໂຈມັດ ໂຕກາເຢຟ ປະທານາທິບໍດີກາຊັກສະຖານກ່າວວ່າ,ປະເທດຕົນຈະເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າ ແລະ ການລົງທຶນກັບຈີນ ຍ້ອນຈີນເປັນປະເທດບ້ານໃກ້ເຮືອນຄຽງທີ່ມີໄມຕີຈິດມິດຕະພາບທີີ່ດີ.


    ມື້ດຽວກັນ, ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນປະເທດຕົນ, ທ່ານໂຕກາເຢຟກ່າວວ່າ, ການພັດທະນາເສດຖະກິດຂອງຈີນໄດ້ຮັບໝາກຜົນອັນໃຫຍ່ຫຼວງ, ຈີນນຳໜ້າໂລກໃນດ້ານປັນຍາປະດິດ. ທ່ານກ່າວຕື່ມວ່າ, ກາຊັກສະຖານໄດ້ໃຫ້ຄວາມສຳຄັນການຂະຫຍາຍຕະຫຼາດໃນຈີນຕື່ມອີກ, ໂດຍສະເພາະຫວັງຢາກເພີ່ມປະລິມານການສົ່ງອອກຜະລິດຕະພັນກະສິກຳສູ່ປະເທດຈີນ.


     ທ່ານໂຕກາເຢຟກ່າວວ່າ, ໃນກອງປະຊຸມສຸດຍອດເພື່ອສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ ກັບ 5 ປະເທດອາຊີກາງຄົບຮອບ 30 ປີຜ່ານທາງວິດີໂອ “ຂ້າພະເຈົ້າໄດ້ກ່າວແລ້ວວ່າ, ໃນ 11 ເດືອນຕົ້ນຂອງປີ 2021, ຍອດປະລິມານການຄ້າລະຫວ່າງສອງປະເທດພວກເຮົາໄດ້ບັນລຸເຖິງ 17 ຕື້ໂດລາ, ນີ້ເປັນຕົວເລກອ່າວຫຼາຍ, ພວກຂ້າພະເຈົ້າຫວັງ້ສືບຕໍ່ເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າ ແລະ ການລົງທຶນກັບຈີນ.”

 

     ທ່ານໂຕກາເຢຟຍັງກ່າວວ່າ, ຈີນເປັນປະເທດອັນຍິ່ງໃຫຍ່, “ພວກຂ້າພະເຈົ້າຈະສືບຕຮຽນຮູ້ກ່ຽວກັບຈີນ ແລະ ຮຽນພາສາຈີນ.”

ຄຳ​ເຫັນ

0