郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ປູ​ຕີ​ນ​ຕຳ​ໜິອາ​ເມ​ຣິ​ກາ​ແລະ​ກຸ່ມ​ນາ​ໂຕ ​ສ່ວນອູ​ແກ​ຣນ​ຮຽ​ກ​ຮ້ອງໃຫ້​ປະ​ເທດ​ຕາ​ເວັນ​ຕົກ​ຢ່າ​ສູ່​ສ້າງຄວາມ​ແຕກ​ຕື່ນ

2022-01-30 17:14:03 cri

ວັນ​ທີ28ມັງ​ກອນນີ້,ທ່ານວະລາດີ​ເມຍ ປູ​ຕີນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ໂທ​ລະ​ສັບ​ສົນ​ທະ​ນາ​ກັບ​ທ່ານ​ເອມ​ມາ​​ນູ​ແອນ ມາ​ຄ​​ຣົງ ປ​ະທານາ​ທິ​ບໍ​ດີ​ຝ​ລັ່ງ ໂດຍ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​​ອູ​ແກ​ຣນ ແລະບັນ​ຫາອື່ນໆ.

​ຫວ່າງ​ມໍ່ໆ​ມານີ້ ອາ​ເມ​ຣິ​ກາ​ແລະ​ປະ​ເທດ​ອື່ນໆ​ໄດ້​​ເຮັດ​ໃຫ້​ສະ​ຖາ​ນະ​ການ​ອູ​ແກ​ຣນ​ເຄັ່ງ​ຄຶ​ງຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ,ທັງ​ສົ່ງ​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ງວ​ດ​ໃຫຍ່​ໃຫ້​ອູ​ແກ​ຣນ​ອີກ. ໃນ​ເວ​ລາ​ໂທ​ລະ​ສັບສົນ​ທະ​ນາກັນ ທ່ານ​ປູ​ຕີນ​ຊີ້​​ໃຫ້​ເຫັນວ່າ: ອາ​ເມ​ຣິ​ກາ​ແລະ​ກຸ່ມ​ນາ​ໂຕ​ບໍ່​ໄດ້​ແກ້​ໄຂ​ບັນ​ຫາ​ຄວາມກັງ​ວົນພື້ນ​ຖານ​ຂອງ​ຣັດ​ເຊຍ, ນັ້ນ​ກໍ​ຄື ບັນ​ຫາ​ກຸ່ມ​ນາ​ໂຕ​ຂະ​ຫຍາຍ​ອິດ​ທິ​ພົນ​ສູ່​​ພາກ​ຕາ​ເວັນ​ອອກ ແລະ​ຈັດ​ວາງ​ອາ​ວຸດ​ລັກ​ສະ​ນະ​ບຸກ​ໂຈມ​ຕີ​ຢູ່​ເຂດ​ອ້ອມຂ້າງ​ຣັດ​ເຊຍ,ເຊິ່ງບັນ​ຫາ​ຂໍ​ກະ​ແຈ​ແບບນີ້​ພັດ​ເບິ່ງ​ຂ້າມ.

ວັນ​ທີ28ມັງ​ກອນນີ້,ທ່ານ ວະ​ລາ​ດີ​ເມຍ ເຊ​ເລນ​​ສະ​ກີ ປະ​ທາ​ນາ​ທິ​ບໍ​ດີ​ອູ​ແກ​ຣນ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ເທດຕາ​ເວັນ​ຕົກ​ຢ່າ​ສູ່ສ້າງຄວາມ​ແຕກ​ຕື່ນ,ສຳ​ລັບ​ຖ້ອຍ​ຄວາມ​ທີ່​ວ່າ“​ການຮຸກ​ຮານ”ຈະ​ເຮັດ​ໃຫ້​ເສດ​ຖະ​ກິດ​ຂອງ​ອູ​ແກ​ຣນ​​ຊຸດ​ໂຊມ​ລົງ​ຕື່ມ​ອີກ. ທ່ານ​ກ່າວ​ວ່າ: ສະ​ຖາ​ນະ​ການ​ບໍ່​ໄດ້​ເຄັ່ງ​​ຕຶງກວ່າ​ເກົ່າ,ຕ່າງ​ປະ​ເທດ​ຄຶດ​ວ່າ​ຢູ່​ປະ​ເທດ​ອູ​ແກ​ຣນ​ໄດ້​ເກີດ​ສົງ​ຄ​າມ​ແລ້ວ,ແຕ່​ມັນ​ບໍ່​ເປັນ​ຄວາມ​ຈິງ.​ບໍ່​ໝາຍ​ຄວາມວ່າ​ສະ​ຖາ​ນະ​ການ​ຈະ​ບໍ່​ເຄັ່ງ​ຕຶງ​​ຂຶ້ນ,ທີ່​ຈິງ​ແລ້ວ​ຂ້າ​ພະ​ເຈົ້າ​ຢາກ​ເວົ້າ​ວ່າ: ພວກ​ເຮົາ​ບໍ່​ຕ້ອງ​ການການ​ສ້າງ​ຄວາມ​ແຕກ​ຕື່ນແບບນີ້.

ຫວ່າງ​ມໍ່ໆ​ມານີ້ ສາຍ​ພົວ​ພັນ​ລະ​ຫວ່າງ​ຣັດ​​ເຊຍ​ກັບ​ອູ​ແກ​ຣນ​ໄດ້​ຮ້າຍ​ແຮງ​ຂຶ້ນ​ຢ່າງ​ໄວ​ວາ, ສອງ​ຝ່າຍ​ໄດ້ຈັດ​ວາງ​ກຳ​ລັງ​ທະ​ຫານ​ແລະ​ອາ​ວຸດ​ຈຳ​ນວນ​ຫຼວງຫຼາຍ​ຢູ່​ເຂດ​ຊາຍ​ແດນ​ສອງ​​ປະ​ເທດ. ອາ​ເມ​ຣິ​ກາ​ແລະ​ກຸ່ມ​ນາ​ໂຕ​ກ່າ​ວ​ວ່າ: ຣັດ​ເຊຍ​ໄດ້ລວບ​ລວມ​ກຳ​ລັງ​ທະ​ຫານ​ເພື່ອຮຸກ​ຮານ. ແຕ່​ຣັດ​ເຊຍໄດ້​ປະ​ຕິ​ເສດ​ເລື່ອງນີ້​ໂດຍ​ກ່າວ​ເນັ້ນ​ໜັກ​ວ່າ: ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ນາ​ໂຕ​ເປັນ​ໄພຂົ່ມ​ຂູ່​​ຕໍ່​ຄວາມ​ປອດ​ໄພ​ຂອງ​ເຂດ​ຊາຍ​ແດນ​ຣັດ​ເຊຍ,ຣັດ​ເຊຍ​ມີ​ສິດເຄື່ອນ​ກຳ​ລັງ​ທະ​ຫານ​ພາຍ​​ໃນ​ປະ​ເທດ​ຕົນ​ເພື່ອ​ປ້ອງ​ກັນ​ຄວາມ​ປອດ​ໄພ​ພາຍ​ໃນ​ດິນ​ແດນຕົນ.

ທ່ານ​ປູ​ຕີ​ນ​ຕຳ​ໜິອາ​ເມ​ຣິ​ກາ​ແລະ​ກຸ່ມ​ນາ​ໂຕ ​ສ່ວນອູ​ແກ​ຣນ​ຮຽ​ກ​ຮ້ອງໃຫ້​ປະ​ເທດ​ຕາ​ເວັນ​ຕົກ​ຢ່າ​ສູ່​ສ້າງຄວາມ​ແຕກ​ຕື່ນ_fororder_2090668438

 

ຄຳ​ເຫັນ

0