蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການຄ້າຈີນ-ອາຊຽນໄດ້ເພີ່ມຂຶ້ນພາຍໃຕ້ສະພາບຄວາມຫຍຸ້ງຍາກ ໄດ້ຊ່ວຍຊຸກຍູ້ໃຫ້ເສດຖະກິດພາກພື້ນຟື້ນຄືນ

2022-01-31 14:23:13 CRI
ຕົວເລກຂໍ້ມູນຫຼ້າສຸດທີ່ອົງການພາສີແຫ່ງຊາດຈີນເປີດເຜີຍໃນຫວ່າງມໍ່ໆມານີ້ ສະແດງໃຫ້ ເຫັນວ່າ: ຖ້າຄິດໄລ່ຕາມເງິນໂດລາສະຫະລັດ, ຍອດມູນຄ່າການຄ້າຂາເຂົ້າຂາອອກຈີນ-ອາ ຊຽນໃນປີ 2021 ໄດ້ບັນລຸປະມານ 878,207 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 28,1% ເມື່ອທຽບໃສ່ປີ 2020. ນັກວິເຄາະເຫັນວ່າ: ການພົວພັນດ້ານການຄ້າຈີນ-ອາຊຽນນັບມື້ນັບ ແໜ້ນແຟ້ນກວ່າເກົ່າ ເຊິ່ງຈະສ້າງໂອກາດການພັດທະນາໃໝ່ຢ່າງຕໍ່ເນື່ອງ ແລະ ຊ່ວຍຊຸກຍູ້ໃຫ້ເສດຖະກິດພາກພື້ນຟື້ນຄືນ.

ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: ປີ 2021, ຍອດມູນຄ່າການຄ້າຈີນ-ອິນໂດເນເຊຍ ທີ່ເປັນກຸ່ມເສດຖະກິດໃຫຍ່ອັນດັບໜຶ່ງໃນພາກພື້ນອາຊີຕາເວັນອອກສຽງໃຕ້ ໄດ້ເພີ່ມຂຶ້ນ 58,6% ເມື່ອທຽບໃສ່ປີ 2020, ຈີນໄດ້ສືບຕໍ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງ ອິນໂດເນເຊຍ.

ຜູ້ອຳນວຍການໃຫຍ່ສູນຄົ້ນຄວ້າເສດຖະກິດແລະກົດໝາຍ ເຊິ່ງເປັນຄັງປັນຍາຂອງ ອິນໂດເນເຊຍກ່າວວ່າ: “ຕົວເລກຂໍ້ມູນດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ: ຍອດມູນຄ່າການສົ່ງອອກສູ່ຈີນຂອງອາຊຽນໄດ້ເພີ່ມຂຶ້ນຢ່າງເດັ່ນຊັດ. ພາຍໃຕ້ສະພາບ ການທີ່ພະຍາດໂຄວິດ-19 ໄດ້ແຜ່ລະບາດໃນຂອບເຂດທົ່ວໂລກ, ເສດຖະກິດຈີນຍັງ ໄດ້ຮັກສາທ່ວງທ່າພັດທະນາຢ່າງຕັ້ງໜ້າ ແລະ ກາຍເປັນຄູ່ຮ່ວມຍຸດທະສາດທີ່ໄວ້ວາງໃຈ ທີ່ສຸດສຳລັບບັນດາປະເທດອາຊຽນໃນການຊຸກຍູ້ໃຫ້ເສດຖະກິດປະເທດຕົນຟື້ນຄືນ.

ຄຳ​ເຫັນ

0