黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງກ່າວຄຳອວຍພອນປີໃຫມ່ໃນພິທີອວຍພອນປີໃຫມ່ຂອງສູນກາງພັກກອມມູນິດຈີນແລະລັດຖະບານຈີນ

2022-01-31 14:46:54 CRI

ຕອນເຊົ້າຂອງວັນທີ 30 ມັງກອນນີ້, ສູນກາງພັກກອມມູນິດຈີນ ແລະ ລັດຖະບານຈີນ ໄດ້ຈັດພິທີອວຍພອນປີໃຫມ່ 2022 ຢູ່ຫໍສະພາປະຊາຊົນແຫ່ງຊາດ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ, ປະທານ ຄະນະກຳມະການການທະຫານສູນກາງຈີນ ໄດ້ກ່າວຄຳອວຍພອນປີໃຫມ່ ເພື່ອສົ່ງພອນໄຊ ອັນປະເສີດໄປຍັງປະຊາຊົນບັນດາເຜົ່າທົ່ວປະເທດ, ພີ່ນ້ອງຮ່ວມຊາດເຂດບໍລິຫານພິເສດ ຮົງກົງ, ພີ່ນ້ອງຮ່ວມຊາດຂດບໍລິຫານພິເສດມາກາວ, ພີ່ນ້ອງຮ່ວມຊາດໄຕ້ຫວັນ ແລະ ຊາວຕ່າງປະເທດເຊື້ອສາຍຈີນແລະຊາວຈີນຕ່າງດ້າວ ໂດຍຕາງຫນ້າໃຫ້ແກ່ສູນກາງພັກ ກອມມູນິດຈີນ ແລະ ລັດຖະບານຈີນ.

ທ່ານສີຈິ້ນຜິງ ກ່າວເນັ້ນວ່າ: ໃນຫນຶ່ງຮ້ອຍປີຜ່ານມາ, ພັກກອມມູນິດຈີນໄດ້ຍື່ນ ໃບຕອບຂໍ້ສອບໃຫ້ແກ່ປະຊາຊົນ ແລະ ໃຫ້ແກ່ປະຫວັດສາດທີ່ດີເດັ່ນສະບັບຫນຶ່ງ. ໃນ 6 ເດືອນທ້າຍປີນີ້, ພັກກອມມູນິດຈີນຈະຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ ເພື່ອສະຫລຸບວຽກງານໃນຮອບ 5 ປີຜ່ານມາ ແລະ ວາງແຜນພັດທະນາສຳລັບໄລຍະຕໍ່ຫນ້ານີ້. ພວກເຮົາຕ້ອງວາງແຜນຢ່າງເປັນເອກະພາບໃນ ສະຖານະການໂດຍລວມທັງພາຍໃນແລະຕ່າງປະເທດ, ຕ້ອນຮັບການໄຂກອງປະຊຸມຜູ້ແທນ ທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນຢ່າງມີໄຊ ດ້ວຍການກະທຳຕົວຈິງ.

ທ່ານສີຈິ້ນຜິງ ຍັງກ່າວຕື່ມວ່າ: ງານກິລາໂອລິມປິກລະດູຫນາວປັກກິ່ງ ແລະ ງານກິລາໂອລິມປິກຄົນພິການລະດູຫນາວປັກກິ່ງຈະຈັດຂຶ້ນແລ້ວໃນອີກບໍ່ເທົ່າໃດມື້, ປະຊາ ຊົນຈີນກໍໄດ້ກຽມຄວາມພ້ອມຢ່າງຮຽບຮ້ອຍແລ້ວ ເຊິ່ງຈະຈັດງານມະໂຫລານໂອລິມປິກຄັ້ງ ຫນຶ່ງທີ່ກະທັດຮັດງ່າຍດາຍ, ປອດໄພ ແລະ ຫນ້າຊົມໃຫ້ແກ່ໂລກ, ຂໍອວຍພອນໃຫ້ນັກກິລາ ທັງພາຍໃນແລະຕ່າງປະເທດຈົ່ງຊີງໄດ້ຜົນງານດີເດັ່ນໃນງານກິລາໂອລິມປິກລະດູຫນາວຄັ້ງນີ້.

ຄຳ​ເຫັນ

0