秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ດ່ານພາສີນະຄອນຫຼວງປັກກິ່ງໄດ້ກວດກາ ແລະຄຸ້ມຄອງຄົນເຂົ້າເມືອງທີ່ກ່ຽວຂ້ອງກັບງານກິລາໂອລິມປິກລະດູໜາວປັກກິ່ງຫຼາຍກວ່າ 8.000 ເທື່ອຄົນ

2022-01-31 15:06:17 cri

ອີກ​ບໍ່​ເທົ່າ​ໃດ​ມື້, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ກໍຈະ​ໄຂ​ຂຶ້ນ​ແລ້ວ. ວັນ​ທີ 30 ມັງ​ກອນ​ນີ້, ​ອົງ​ການ​ດ່ານ​ພາ​ສີ​ແຫ່ງ​ຊາດ​ຈີນ​ໄດ້​ເຜີຍ​ໃຫ້​ຮູ້​ວ່າ: ນັບ​ແຕ່​ວັນ​ທີ 1 ຫາ​ວັນ​ທີ 29 ມັງ​ກອນ​ປີ 2022, ດ່ານ​ພາ​ສີ​​ນະ​ຄອນຫຼວງປັກ​ກິ່ງໄດ້ກວດ​ກາ ແລະ​ຄຸ້ມ​ຄອງຖ້ຽວ​ບິນ​ທີ່​ກ່ຽວ​ຂ້ອງ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ 178 ຖ້ຽວລຳ ແລະ ​ຄົນ​ທີ່​ກ່ຽວ​ຂ້ອງ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ 8.018 ​ເທື່ອຄົນ.

ນອກ​ນີ້, ​ອົງ​ການ​​ພາ​ສີ​ແຫ່ງ​ຊາດ​ຈີນຍັງ​ໄດ້​ເຜີຍ​ແຜ່ “​​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການຜ່ານ​ດ່ານ​ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ 2022” ໂດຍ​ໄດ້​ໃຫ້​ການ​ຊີ້​ນຳ​ໃນ 8 ດ້ານຢ່າງ​​ລະ​ອຽດ​ ສຳ​ລັບ​ການ​ຜ່ານ​ດ່ານ​ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ.

ດ່ານ​ພາ​ສີ​ນະ​ຄອນຫຼວງ​ປັກ​ກິ່ງ ເຊິ່ງ​ເປັນ​ດ່ານ​ພາ​ສີ​ຂອງ​ເຈົ້າ​ພາບ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ດັ່ງ​ກ່າວ ໄດ້​ປະ​ຕິ​ບັດ​ມາດ​ຕະ​ການອຳ​ນວຍ​ຄວາມ​ສະ​ດວກ​ຕ່າງໆ ເພື່ອ​ຮັບ​ປະ​ກັນວັດ​ຖຸ​ຕ່າງໆ​ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ສາ​ມາດ​ຜ່ານ​ດ່ານ​ຢ່າງ​ສະ​ດວກ. ໃນ​ວັນ​ທີ 25 ມີ​ນາ ປີ 2021, ວັດ​ຖຸງວດ​ທຳ​ອິດ​ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ໄດ້​​ຜ່ານ​ດ່ານເຂົ້າ​​ຈີນ ແລະ​​ຮອດວັນ​ທີ 25 ມັງ​ກອນ​ປີ 2022, ​ວັດ​​ຖຸ​ຕ່າງໆ​​​ໄດ້ຂົນ​ສົ່ງ​ເຂົ້າ​ຈີນ​​ເກືອບ​ທັງ​ໝົດ​ແລ້ວ. ດ່ານ​ພາ​ສີ​ນະ​ຄອນຫຼວງປັກ​ກິ່ງ​ໄດ້​ກວດ​ກາ ແລະ​ອະ​ນຸ​ຍາດ​ເຄື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ 890 ງວດ ເຊິ່ງ​ມີ​ມູນ​ຄ່າ​ປະ​ມານ 2.339.000.000 ຢວນ.

ຄຳ​ເຫັນ

0