黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ລາ​ຕີສະ​ຫຼອງ​ບຸນ​ກຸດ​ຈີນ​ທີ່​ໜ້າ​ຊົມຈະ​ສ້າງ​ບັນ​ຍາ​ກາດ​ມ່ວນ​ຊື່ນ​ຟົດ​ຟື້ນ​ໃຫ້​ກັບ​ຜູ້​ຊົມ​ຫຼາຍ​ຕື້​ຄົນ​ໃນ​ທົ່ວ​ໂລກ​ເພື່ອ​ຕ້ອນ​ຮັບ​ປີ​ຂານ

2022-01-31 23:50:30 cri

ງານ​ລາ​ຕີສະ​ຫຼອງ​ບຸນ​ກຸດ​ຈີນ​ທີ່​ໜ້າ​ຊົມຈະ​ສ້າງ​ບັນ​ຍາ​ກາດ​ມ່ວນ​ຊື່ນ​ຟົດ​ຟື້ນ​ໃຫ້​ກັບ​ຜູ້​ຊົມ​ຫຼາຍ​ຕື້​ຄົນ​ໃນ​ທົ່ວ​ໂລກ​ເພື່ອ​ຕ້ອນ​ຮັບ​ປີ​ຂານ_fororder_微信图片_20220131234021

ວັນ​ທີ 31 ມັງ​ກອນ​ນີ້​ແມ່ນ​ມື້​ສັງ​ຂານ​ລ່ວງ​ຕາມຈັນ​ທະ​ຄະ​ຕິ​ຈີນ. ຕອນ​ຄ່ຳມື້​ນີ້, ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງຈີນ​ຫຼື CMG ​ໄດ້​ຖ່າຍ​ທອດ​ສົດ “ງານ​ລາ​ຕີສະ​ຫຼອງ​ບຸນ​ກຸດ​ຈີນ​ປີ 2022” ທີ່​​ໜ້າ​ເບິ່ງ​ໜ້າຊົມ. ການ​ຟ້ອນ​ລຳ​ທຳ​ເພງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມມ່ວນ​ຊື່ນ, ​ລະ​ຄອນ​ຕະ​ຫຼົກ​ທີ່​ຊວນ​ຫົວ, ​ມາຍາ​ກົນແລະກາຍ​ຍະ​ກຳ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ອັດ​ສະ​ຈັນ, ລາຍ​ການ​​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ການປະ​ດິດ​ສ້າງ​ໃໝ່​​ດ້ານ​ວິ​ທະ​ຍາ​ສາດແລະ​ລາຍ​ການ​ອື່ນໆ, ຈະ​ສ້າງ​ບັນ​ຍາ​ກາດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ໃຫ້​ກັບ​ຜູ້​ຊົມ​ຫຼາຍ​ຕື້​ຄົນ​ໃນ​ທົ່ວ​ໂລກ​ໃນ​ຍາມ​ລາ​ຕີ​ສົ່ງ​ປີ​ສະ​ຫຼູ​ຕ້ອນ​ຮັບ​ປີ​ຂານ​ທີ່​ເຕັມ​ໄປ​ດ້ວຍ​ຄວາ​ມ​ມ່ວນ​ຊື່ນ​ແລະ​ຄວາມ​ກົມ​ກຽວ​ກັນ.

ນັບ​ແຕ່​ປີ 1983 ເປັນ​ຕົ້ນ​ມາ, ສະ​ຖາ​ນີ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ເຊິ່ງ​ເປັນ​ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ຈີນ​ລ້ວນ​ແຕ່​ຈະ​ຈັດ​ງານລາ​ຕີ​​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ຄັ້ງ​ໜຶ່ງ​ເພື່ອ​ຕ້ອນ​ຮັບ​ບຸນ​ກຸດ​ຈີນ​ໃນ​ທຸກ​ມື້​ສັງ​ຂານ​ລ່ວງ, ງານ​ລາ​ຕີ​ດັ່ງ​ກ່າວ​ກໍ​ຖືກ​ເອີ້ນ​ວ່າ: “ງານ​ລາ​ຕີ​ສະ​ຫຼອງ​ບຸນ​ກຸດ​ຈີນ”. ຈາກ​ນັ້ນ​ມາ, ສະ​ມາ​ຊິກ​ຄອບ​ຄົວ​ຮ່ວມ​ກັນ​ເບິ່ງ “ງານ​ລາ​ຕີ​ສະ​ຫຼອງ​ບຸນ​ກຸດ​ຈີນ” ​ກັບ​ປະ​ເພ​ນີ​ທີ່​ເປັນ​ມູນ​ເຊື້ອ​ເຊັ່ນ: ​ການເຮັດ​ກ້ຽວ​ແລະ​ການ​ຕິດ​ຄຳ​ກອນ​ຄູ່​ໃສ່​ບານ​ປະ​ຕູໄດ້​ກາຍ​ເປັນ​ປະ​ເພ​ນີ​ໃໝ່​ຂອງ​ຄົນ​​ໃນ​ໄລ​ຍະ​ບຸນ​ກຸດ​ຈີນເທື່ອ​ລະ​ກ້າວ. ສ່ວນ​ເນື້ອ​ໃນ, ຮູບ​ການ​ສະ​ແດງ​ແລະ​ເຕັກ​ນິກ​ຂອງ​ລາຍ​ການຕ່າງໆ​ຂອງ “ງານ​ລາ​ຕີ​ສິສະ​ຫຼອງ​ບຸນ​ກຸດ​ຈີນ” ກໍ​ໄດ້​ຕາງ​ໜ້າ​ຄວາມ​ມີ​ລະ​ດັບ​ສູງ​ສຸດ​ຂອງ​ລາຍ​ການ​ບັນ​ເທິງ​ທາງ​ໂທ​ລະ​ພາບ​ຂອງ​ຈີນ.

ປີ​ນີ້​ແມ່ນ “ງານ​ລາ​ຕີ​ສະ​ຫຼອງ​ບຸນ​ກຸດ​ຈີນ” ຄັ້ງ​ທີ 40 ທີ່​ສະ​ຖາ​ນີ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຈັດ​ຂຶ້ນ, ງານ​ລາ​ຕີ​​ສະ​ຫຼອງ​ບຸນ​ກຸດ​ຈີນປີ​ນີ້​ໄດ້​​ເຮັດ​ຈໍ LED ​ໃຫ້​ເປັນ​ແບບ​ໂດມ 720 ອົງ​ສາ, ນອກ​ນັ້ນ​ຍັງ​ໄດ້​ໃຊ້​ເຕັກ​ນິກ XR, AR ແລະ​ອື່ນໆ, ປະ​ສົມ​ກັບ​ເຕັກ​ນິກ​ສະ​ແກນ Holographic, ເຕັກ​ນິກ 3D ຕາ​ເບົ່າ 8K, ​ເຊິ່ງ​ສາ​ມາດ​ສ້າງ​ຄວາມ​ຮູ້​ສຶກ​ດ້ານ​ການ​ຟັງ​ແລະ​ການ​ເບິ່ງ​​ທີ່​ໃໝ່​ອ່ຽມຮອບ​ດ້ານ​ໃຫ້​ແກ່​ຜູ້​ຊົມ. ສື່ມວນ​ຊົນ 600 ກວ່າ​ແຫ່ງ​ຂອງ 170 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ທົ່ວ​ໂລກ​ໄດ້​ຖ່າຍ​ທອດ​ສົດ​​ແລະລາຍ​ງານ​ຂ່າວ “ງານ​ລາ​ຕີ​​ສະ​ຫຼອງ​ບຸນ​ກຸດ​ຈີນ”.

ຄຳ​ເຫັນ

0