秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການສະຫຼອງບຸນກຸດຈີນຢູ່ສະຖານີລົດໄຟເປັນຄັ້ງທຳອິດພາຍຫຼັງເປີດນຳໃຊ້ທາງລົດໄຟລາວ-ຈີນ

2022-01-31 15:01:23 cri

ເພື່ອ​ສະຫຼອງ​ບຸນ​ກຸດ​ຈີນ​ຄັ້ງທຳ​ອິດ​ພາຍຫຼັງ​ເປີດ​ການ​ນຳ​ໃຊ້​ທາ​ງ​ລົດ​ໄຟລາວ-ຈີນ, ພະ​ນັກ​ງານ​ຂອງ​ສະ​ຖາ​ນີ​ຕ່າງໆ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ ໄດ້​ປະ​ດັບ​ປະ​ດາ​ສະ​ຖາ​ນີ​ຂອງ​ຕົນ​ຢ່າງ​ລະ​ອຽດ, ມອບ​ຂອງ​ຂວັນ ແລະ​ສົ່ງ​ຄຳ​ອວຍ​ພອນ​ ​ໃຫ້​ຜູ້​ໂດຍ​ສານ​ທ້ອງ​ຖິ່ນ​ຕ່າງໆ​ສາ​ມາດ​ຂີ່​ລົດ​ໄຟ​ກັບ​ບ້ານຢ່າງປ​ອດ​ໄພ ​ພ້ອມ​ດ້ວຍຄວາມ​ອົບ​ອຸ່ນ​ໃນ​ໃຈ.

ກ່ອນ​ເປີດ​​ນຳ​ໃຊ້ທາງ​ລົດ​ໄຟ​ລາວ-ຈີນ, ຈາກ​ນະ​ຄອນ​ພູ​ເອີ ຂີ່​ລົດ​ໄປ​ນະ​ຄອນ​ຄຸນ​ໝີງ ຕ້ອງ​ໃຊ້​ເວ​ລາ​ປະ​ມານ 7 ຊົ່ວ​ໂມງ. ພາຍຫຼັງ​ເປີດ​​ນຳ​ໃຊ້ທາງ​ລົດ​ໄຟ​ລາວ-ຈີນ​ແລ້ວ, ຂີ່​ລົດ​ໄຟ​ຄວາມ​ໄວ​ສູງ​ໄປ​ຄຸນ​ໝີງ ໃຊ້​ເວ​ລາ​ພຽງ​ແຕ່ 3 ຊົ່ວ​ໂມງ​ເທົ່າ​ນັ້ນ. ໃນຫຼາຍ​ມື້​ມໍ່​ໆ​ມາ​ນີ້, ຈຳ​ນວນ​ຜູ້​ໂດຍ​ສານທີ່​ຂຶ້ນ​ລົດ ແລະ​ລົງ​ລົດ​ຢູ່​ສະ​ຖາ​ນີ​ພູ​ເອີ​ມີ​ປະ​ມານ 10.000 ຄົນ​ຕໍ່​ມື້, ຫຼາຍ​ສຸດ​ມີ​ເຖິງ 15.000 ກວ່າຄົນ ເຊິ່ງຫຼາຍກວ່າ​ເກືອບໜຶ່ງ​ເທົ່າ​​ເມື່ອ​ທຽບ​ກັບ​ຍາມ​ທຳ​ມະ​ດາ.

ໃນ​ມື້​ນີ້ ກໍ​ຄື​ມື້​ສົ່ງ​ທ້າຍ​ປີ​ເກົ່າ ແລະຕ້ອນ​ຮັບ​ປີ​ໃໝ່​ຕາມ​ຈັນ​ທະ​ຄະ​ຕິ​ຈີນ, ຢູ່​ສະ​ຖາ​ນີ​ແຫ່ງ​ຕ່າງໆ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ຕອນ​ຢູ່​ປະ​ເທດ​ລາວ ກໍ​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ສະຫຼອງ​ບຸນ​ກຸດ​ຈີນ​ເຊັ່ນ​ກັນ. ພະ​ນັກ​ງານ​ທັງລາວ ແລະ​ຈີນ​​ຕ່າງ​ກໍ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ, ໃນ​ຂະ​ນະ​ດຽວ​ກັນ​ກໍສະຫຼອງ​ບຸນ​ກຸດ​ຈີນ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ.

ຄຳ​ເຫັນ

0