蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ດັດສະນີຜູ້ຈັດ­ການຝ່າຍຈັດຊື້ອຸດສາຫະກຳການຜະລິດຂອງຈີນຢູ່ໃນລະດັບສູງກວ່າ 50%

2022-01-31 14:23:48 CRI
ວັນທີ 30 ມັງກອນນີ້, ສະມາຄົມການຈໍລະຈອນສິນຄ້າແລະການຈັດຊື້ຈີນ ແລະ ອົງການສະຖິຕິແຫ່ງຊາດຈີນ ໄດ້ຮ່ວມກັນຖະແຫຼງຂ່າວວ່າ: ຕົວເລກດັດສະນີຜູ້ຈັດການ ຝ່າຍຈັດຊື້ອຸດສາຫະກຳການຜະລິດ ຫຼື PMI ຂອງຈີນໃນເດືອນມັງກອນປີນີ້ແມ່ນ 50,1% ເຊິ່ງໄດ້ຢູ່ໃນລະດັບສູງກວ່າ 50% ເປັນ 3 ເດືອນລຽນຕິດຢ່າງໝັ້ນທ່ຽງ.

ເຖິງວ່າພະຍາດໂຄວິດ-19 ໄດ້ແຜ່ລະບາດຢູ່ຈີນເປັນຈຸ້ມຢູ່ຫຼາຍຈຸດ ແລະ ປັດໄຈໄລຍະສັ້ນ ອື່ນໆ ໄດ້ສ້າງຄວາມກົດດັນໃຫ້ແກ່ການເຄື່ອນໄຫວເສດຖະກິດໃນລະດັບໃດຫນຶ່ງກໍຕາມ, ແຕ່ກໍໄດ້ມີການປ່ຽນແປງທີ່ຕັ້ງໜ້າບໍ່ໜ້ອຍ. PMI ໄດ້ຢູ່ໃນລະດັບສູງກວ່າ 50% ເປັນ 3 ເດືອນລຽນຕິດ, PMI ຂອງບາງຂະແໜງການທີ່ມີສ່ວນກ່ຽວຂ້ອງກັບການບໍລິໂພກ ໃນໄລຍະບຸນກຸດຈີນໄດ້ຢູ່ໃນລະດັບສູງກວ່າ 52%. ຄວາມຕ້ອງການຂອງພາຍນອກດີຂຶ້ນ ກວ່າເກົ່າ, ຕົວເລກດັດສະນີໃບສັ່ງຊື້ສິນຄ້າຈາກຕ່າງປະເທດໄດ້ເພີ່ມຂຶ້ນ. ນອກນີ້, ວິສາຫະກິດຕ່າງໆກໍມີຄວາມເຫັນໄປໃນແງ່ດີຕໍ່ການຕະຫຼາດໃນອະນາຄົດ.

ສະຫຼຸບແລ້ວເຫັນວ່າ: ເດືອນມັງກອນປີນີ້, ເສດຖະກິດຈີນໄດ້ພັດທະນາຢ່າງຫນັກແໜ້ນ, ແລະຍັງໄດ້ຮັກສາຄວາມໜຽວແໜ້ນຄືເກົ່າ, ທ່ວງທ່າການຟື້ນຟູການເຕີບໂຕໂດຍລວມ ບໍ່ມີ ການປ່ຽນແປງ.

ຄຳ​ເຫັນ

0