秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງວຽກງານຊາວອົບພະຍົບອັຟການີສະຖານແຈກຢາຍເຄື່ອງຊ່ວຍເຫຼືອຈາກປະເທດຈີນໃຫ້ກັບປະຊາຊົນ

2022-01-31 14:50:05 cri

ວັນ​ທີ 29 ມັງ​ກອນ​ນີ້, ກະ​ຊວງວຽກ​ງານ​ຊາວ​ອົບ​ພະ​ຍົບ​ລັດ​ຖະ​ບານ​ຊົ່ວ​ຄາວ​ອັ​ຟ​ກາ​​ນີ​ສະ​ຖານ ໄດ້​​ຂົນ​ສົ່ງ​ສະ​ບຽງ​ອາ​ຫານ​ງວດ​ໜຶ່ງທີ່​ລັດ​ຖະ​ບານ​ຈີນ​ຊ່ວຍ​ເຫຼືອ​ໃນ​ໄລ​ຍະ​ຜ່ານ​ມາ ​ໄປໃຫ້ແຂວງ​ຕ່​າງໆຂອງ​ປະ​ເທດ​ຕົ​ນ.

​ ທ່ານ​ຮາ​ຊານ ຮານ ມຸ​ສະ​ເລ, ເຈົ້າ​ໜ້າ​ທີ່ກະ​ຊວງວຽກ​ງານ​ຊາວ​ອົບ​ພະ​ຍົບ​ລັດ​ຖະ​ບານ​ຊົ່ວ​ຄາວ​ອັ​ຟ​ກາ​ນີ​ສະ​ຖານ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າ​ວ​ໃນ​ວັນ​ທີ 29 ມັງ​ກອນ​ນີ້ ໂດຍ​ກ່າວ​ວ່າ: ​ໃນ​ມື້​ດັ່ງ​ກ່າວ, ເຂົ້າ​ສານ ແລະເຂົ້າ​ບະ​ເລງວດ​ໜຶ່ງ​ທີ່​ລັດ​ຖະ​ບານ​ຈີນ​ຊ່ວຍ​ເຫຼືອ​ນັ້ນ ກຳ​ລັງ​ຖືກ​ຂົນສົ່ງ​ໄປ​ແຂ​ວງ​ການ​ດາ​ຮາ, ແຂວງ​ເຮວ​ມານ, ແຂວງ​ຟາ​ຣາ, ແຂວງ​ກໍ ແລະ​ແຂວງ​ອື່ນໆ​ຂອງ​ອັ​ຟ​ກາ​ນີ​ສະ​ຖານ. ທ່ານ ມຸ​ສະ​ເລ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​​ການ​ຊ່ວຍ​ເຫຼືອທາງ​ມະ​ນຸດ​ສະ​ທຳ​ຈ​າກ​ປະ​ເທດ​ຈີນ.

ປັດ​ຈຸ​ບັນ, ອັ​ຟ​ກາ​ນີ​ສະ​ຖານ​ກຳ​​ລັງ​ປະ​ເຊີນ​ກັບ​ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ໜັກ​ໜ່ວງ. ຕາມ​ການ​ປະ​ເມີນ​ຂອງ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ນັບ​ແຕ່​ເດືອນ​ພະ​ຈິກ​ປີ 2021 ເປັນ​ຕົ້ນ​ມາ, ຢູ່​ອັ​ຟ​ກາ​ນີ​ສະ​ຖານ​ມີ​ປະ​ຊາ​ກອນ 22.800.000 ຄົນ​ກຳ​ລັງ​ປະ​ເຊີ​ນ​ກັບ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ທີ່​ໜັກ​ໜ່ວງ ເຊິ່ງກວມຫຼາຍກວ່າ​ເຄິ່ງ​ໜຶ່ງ​ຂອງ​ປະ​ຊາ​ກອນ​ທັງ​ໝົດ​ຂອງ​ອັ​ຟ​ກາ​ນີ​ສະ​ຖານ. ໃນ​ເດືອນ​ກັນ​ຍາ​ປີ 2021, ລັດ​ຖະ​ບານ​ຈີນ​ໄດ້​ປະ​ກາດໃຫ້​ການ​ຊ່ວຍ​ເຫຼືອ​ສຸກ​ເສີນ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ມີ​ມູນ​ຄ່າຫຼາຍກວ່າ 200 ລ້ານຢວນ​ໃຫ້​ກັບ​ອັ​ຟ​ກາ​ນີ​ສະ​ຖານ ເຊິ່ງ​ລວມ​ມີ​ສະ​ບຽງ​ອາ​ຫານ, ເຄື່ອງ​ໃຊ້​​ເພື່ອ​ຜ່ານ​ລະ​ດູ​ໜາ​ວ, ວັກ​ຊີນ, ຢາ​ປິ່ນ​ປົວ​ພະ​ຍາດ ແລະ​ອື່ນໆ.

ຄຳ​ເຫັນ

0