ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ເນື່ອງໃນໂອກາດບຸນກຸດຈີນປີຂານໄດ້ໝູນວຽນມາເຖິງ, ທ່ານໂທມາສ ບັກສ ປະທານຄະນະກຳມະການໂອລິມປິກສາກົນໄດ້ຜ່ານຂ່າວສານຊິນຮວາສົ່ງຄຳອວຍພອນເຖິງປະຊາຊົນຈີນ ໂດຍອວຍພອນໃຫ້ຄົນທັງຫຼາຍຈົ່ງເບີກບານມ່ວນຊື່ນ ແລະປະສົບຜົນສຳເລັດທຸກປະການໃນປີໃໝ່ນີ້, ທ່ານເຫັນວ່າ, ງານໂອລິມປິກ ລະດູໜາວ ຈັດຂຶ້ນໃນໄລຍະບຸນກຸດຈີນ ເປັນເລື່ອງທີ່ຈົບງາມທີ່ສຸດ. ພາຍຫຼັງເດີນທາງເຖິງນະຄອນຫຼວງປັກກິ່ງໃນວັນທີ 22 ມັງກອນຜ່ານມານີ້ແລ້ວ, ທ່ານໂທມາສ ບັກສ ໄດ້ເຂົ້າຮ່ວມກິດຈະກຳຕ່າງໆ. ທ່ານກ່າວວ່າ, ຫຼາຍມື້ມານີ້, ຂ້າພະເຈົ້າມີປະທັບໃຈທີ່ດີຫລາຍຢ່າງ. ທ່ານກ່າວຕື່ມວ່າ: ເທື່ອນີ້ແມ່ນເທື່ອທຳອິດ ທີ່ຕົນໄດ້ມາສະຫຼອງບຸນກຸດຈີນຢູ່ປະເທດຈີນ. “ແຕ່ກ່ອນ, ຂ້າພະເຈົ້າໄດ້ສະຫຼອງ ບຸນກຸດຈີນຮ່ວມກັບເພື່ອນຈີນຫຼາຍຄົນຢູ່ນະຄອນລາວເຊນ, ເທື່ອນີ້ແມ່ນເທື່ອທຳອິດ ທີ່ຂ້າພະເຈົ້າສະຫຼອງບຸນກຸດຈີນຢູ່ຈີນ ກໍຄືຢູ່ນະຄອນຫຼວງປັກກິ່ງ, ຂ້າພະເຈົ້າ ຮູ້ສຶກດີໃຈທີ່ສຸດ.” ທ່ານໂທມາສ ບັກສ ຍັງກ່າວຕື່ມວ່າ: ບໍ່ມີສິ່ງໃດອີກທີ່ດີກວ່າເລື່ອງທີ່ເປີດສາກປີຂານ ດ້ວຍງານກິລາໂອລິມປິກ, ທ່ານຮູ້ສຶກວ່າ, ງານໂອລິມປິກລະດູໜາວ ຈັດຂຶ້ນໃນໄລຍະ ບຸນກຸດຈີນເປັນເລື່ອງທີ່ຈົບງາມທີ່ສຸດ.
ຄຳເຫັນ
0