秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານອັງກິດຂາດຄວາມສາມາດການນຳພາ

2022-02-01 16:17:40 cri

ວັນ​ທີ 31 ມັງ​ກອນ​ແລ້ວ​ນິ້, ​ຫ້ອງ​ການຄະ​ນະ​ລັດ​ຖະ​ບານ​ອັງ​ກິດ​ໄດ້​ເປີດ​ເຜີຍ​ຜົນ​ການ​ສືບ​ສວນ​ເບື້ອງ​ຕົ້ນກ່ຽວ​ກັບ​ຄະ​ດີ​ທີ່​ສຳ​ນັກ​ງານນາ​ຍົກ​ລັດ​ຖະ​ມົນ​ຕີ​ຈັດ​ງານ​​ສັງ​ສັນໃນ​ໄລ​ຍະ​​ເກີດ​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໂດຍ​ເຫັນ​ວ່າ: ລັດ​ຖະ​ບານໂບ​ຣີ​ສ ຈອນ​​ສັນ ໄດ້​ຈັດ​ງານ​ສັງ​ສັນໃນ​ໄລ​ຍະ​ປະ​ຕິ​ບັດ​ມາດ​ຕະ​ການ “ປິດ​ເມືອງ” ເຊິ່ງ​ເປັນ​ການ​ຜິດ​ກົດ​ລະ​ບ​ຽບ​ປ້ອງ​ກັນ ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ສະ​ແດງ​ໃຫ້​ເຫັນ​ວ່າ: ລັດ​ຖະ​ບານ​ອັງ​ກິດ​​ຂາດ​ຄວາມ​ສາ​ມາດ​ການ​ນຳ​ພາ.

ບົດ​ລາຍ​ງານ​ຍັງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ພາຍ​ໃຕ້​ສະ​ພາບ​ທີ່​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ລັດ​ຖະ​ບານ​​ອັງ​ກິດໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ ​ປະ​ຕິ​ບັດ​ຕາມ​ລະ​ບຽບ​ການ​ປ້ອງ​ກັນ ແລະ​ຄວບ​ຄຸມ​ພະ​ຍາດ, ແຕ່​ຕົນ​ເອງ​ພັດ​ໄດ້​ຈັດ​ງານສັງ​ສັນ. ການ​ກະ​ທຳ​ແບບ​ນີ້​ບໍ່​ຖືກ​ກັບ​ມາດ​ຕະ​ຖານ​ພຶດ​ຕິ​ກຳ​ທີ່​​ການ​ນຳ​ໃຈ​ກາງຂອງ​ລັດ​ຖະ​ບານ​ຄວນ​ປະ​ຕິ​ບັດ​ຕາມ. ບົດ​ລາຍ​ງານ​ໄດ້​ສະ​ເໜີ​ໃຫ້​ລັດ​ຖະ​ບານໂບ​ຣີ​ສ ຈອນສັນ ​​ຄວນ​ສະຫຼຸບ​ບົດ​ຮຽນ​ທາງ​ລົບ​ຈາກ​ເລື່ອງ​ນີ້ ແລະ​ແກ້​ໄຂ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ໃນ​ທັນ​ທີ.

ວັນ​ທີ 12 ມັງ​ກອນ​ທີ່​ຜ່ານ​ມາ, ທ່ານ ໂບ​ຣີ​ສ ຈອນ​ສັນ​ ໄດ້​ຍອ​ມ​ຮັບ​ວ່າ: ຕົນ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ອາ​ຫານ​ເບົາທີ່​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ໃນ​ວັນ​ທີ 5 ພຶດ​ສະ​ພາ ປີ 2020 ພ້ອມ​ທັງ​ກ່າວ​ວ່າ ຈະ​ຮັບ​ຜິດ​ຊອ​ບ​ຕໍ່​ເລື່ອງ​ນີ້.

ຄຳ​ເຫັນ

0