秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊາວຈີນສະຫຼອງບຸນກຸດຈີນຢູ່ອະວະກາດເປັນຄັ້ງທຳອິດ

2022-02-01 16:11:09 cri

ວັນ​ທີ 31 ມັງ​ກອນ​ແລ້ວ​ນີ້, ​ນັກບິນອະ​ວະ​ກາດ​ຂອງ​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ “ເສີນ​ໂຈ່ວ 13” ໄດ້​ປະ​ດັບ​ປະ​ດາ​ສະ​ຖາ​ນີ​ອະ​ວະ​ກາດ​ຂອງ​ຈີນ​ຢ່າງ​ລ​ະ​ອຽດ ເພື່ອ​ສະຫຼອງບຸນ​ກຸດ​ຈີນ ​ເຊິ່ງ​ເປັນບຸນ​ປະ​ເພ​ນີ​ທີ່​ສຳ​ຄັນ​ທີ່​ສຸດ​ສຳ​ລັບຊາວ​ຈີນ ​.

ວັນ​ທີ 31 ມັງ​ກອນ​ແລ້ວ​ນີ້ ກໍ​ຄື​ວັນ​ສົ່ງ​ທ້າຍ​ປີ​ເກົ່າ ແລະ​ຕ້ອນ​ຮັບ​ປີ​ໃໝ່​ຕາມ​ຈັນ​ທະ​ຄະ​ຕິ​ຈີນ, ​ນັກບິນອະ​ວະ​ກາດ​ຂອງ​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ “ເສີນ​ໂຈ່ວ 13” ໄດ້​ສົ່ງ​ວິ​ດີ​ໂອອ​ວຍ​ພອນ​ປີ​ໃໝ່​ກຸດ​ຈີ​ນ​ຈາກ​ອະ​ວະ​ກາດ ​ມາຍັງ​ປະ​ເທດ​ຊາດ ​ກໍ​ຄືປະ​ຊ​າ​ຊົນ​ຈີນ. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ຊາວ​ຈີນ​ໄດ້​ສະຫຼອງ​ບຸນ​ກຸດ​ຈີນ​ຢູ່​ສະ​ຖາ​ນີ​ອະ​ວະ​ກາດ​ຂອງ​ຈີນ​​ ທີ່​ຫ່າງ​ຈາກໜ່ວຍ​ໂລກ 400 ກິ​ໂລ​ແມັດ. ໃນ​ເດືອນ​ປາຍ​ກ່ອນ, ເຂົາ​ເຈົ້າ​ໄດ້​ສະຫຼອງ​ປີ​ໃໝ່​ສາ​ກົນ​ຢູ່​ຍານ​ດັ່ງ​ກ່າວ ແລະ​ໄດ້​ຕ້ອນ​ຮັບ​ແສງ​ຕາ​ເວັນ​ຂອງ​ມື້​ທຳ​ອິດ​ຂອງ​ປີ 2022.

ຕາມ​ແຜນ​ການ​ທີ່​ກຳ​ນົດ​ໄວ້, ຈີນ​ຈະ​ສ້າງສະ​ຖາ​ນີ​ອະ​ວະ​ກາດ​​ໃຫ້​ສຳ​ເລັດຢ່າງ​ຮອບ​ດ້ານ​ໃນ​ປີ 2022. ໃນ​ອະ​ນາ​ຄົດ, ຈະ​ມີ​ຊາວ​ຈີນ​​ນັບ​ມື້​ນັບຫຼາຍກວ່າ​ເກົ່າ ໄດ້ຕ້ອ​​ນຮັບບຸນ​ກຸດ​ຈີນ​ຢູ່​ອະ​ວະ​ກາດ.

ຄຳ​ເຫັນ

0