蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHO: ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ໃນທົ່ວໂລກມີທັງໝົດ 373.229.380 ກໍລະນີ

2022-02-01 13:22:20 CRI
ຕົວເລກຂໍ້ມູນຫຼ້າສຸດທີ່ອົງການອະນາໄມໂລກ ຫຼື WHO ເປີດເຜີຍໃນວັນທີ 31 ມັງກອນຜ່ານມານີ້ສະແດງໃຫ້ເຫັນວ່າ: ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ໃນທົ່ວໂລກມີທັງໝົດ 373.229.380 ກໍລະນີ.

ຕົວເລກຂໍ້ມູນຫຼ້າສຸດໃນເວັບໄຊ WHO ສະແດງໃຫ້ເຫັນວ່າ: ມາຮອດເວລາ 22 ໂມງ 57 ນາທີຂອງວັນທີ 31 ມັງກອນຜ່ານມາຕາມເວລາວຽງຈັນ, ຈຳນວນຜູ້ຖືກບົ່ງມະຕິເປັນ ພະຍາດໂຄວິດ-19 ເພີ່ມໃໝ່ 2.657.167 ກໍລະນີ, ີທັງໝົດ 373.229.380 ກໍລະນີ; ຈຳນວນຜູ້ເສຍຊີວິດເພີ່ມໃໝ່ 9.312 ຄົນ, ມີທັງໝົດ 5.658.702 ຄົນ.

ຄຳ​ເຫັນ

0