黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າ​ຊີ​ວິດ​ລູ​ຊຳ​ບວກ​ເດີນ​ທາງ​ເຖິງ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ

2022-02-01 12:53:10 cri

ເວ​ລາ 11 ໂມງ​ຂອງວັ​ນ​ທີ 31 ມັງ​ກອນ​ແລ້ວ​ນີ້, ສົມ​ເດັດ​ເຮນ​ຣີ ເຈົ້າ​ຊີ​ວິດ​ລູ​ຊຳ​ບວກ​ໄດ້​ຂີ່​ຍົນ​ເດີນ​ທາງ​ເຖິງ​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ ​ເພື່ອ​ເຂົ້າ​ຮ່ວມ​ພິ​ທີໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແລະ​ກິດ​ຈະ​ກຳ​ອື່ນໆ​ທີ່​ກ່ຽວ​ຂ້ອງ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ຫຼາຍ​ມື້​ຕໍ່​ໜ້າ. ສົມ​ເດັດ​ເຮນ​ຣີ ແມ່ນ​ປະ​ມຸກ​ລັດ​ຕ່າງ​ປະ​ເທດ​ຜູ້​ທຳ​ອິດ​ທີ່​ເດີນ​ທາງ​ເຖິງ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ແລະ​ກໍ​ແມ່ນ​ຄັ້ງ​ທີ 7 ທີ່​ທ່ານ​ມາ​ຢ້ຽມ​ຢາມ​ປະ​ເທດ​ຈີນ. ກ່ອນ​ໜ້າ​ນີ້, ສົມ​ເດັດ​ເຮນ​ຣີ​ກໍ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ຮ້ອນ​ປັກ​ກິ່ງ​ປີ 2008.

ນອກ​ຈາກ​ລວມ​ທັງ​ສົມ​ເດັດ​ເຮນ​ຣີ​ແລ້ວ, ໃນ​ຫຼາຍ​ມື້​ຕໍ່​ໜ້າ​ນີ້, ຍັງ​ຈະ​ມີ​ນັກ​ການ​ເມືອງ​ສຳ​ຄັນ 32 ທ່ານ​ຈະ​ເດີນ​ທາງ​ເຖິງ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ.

ຄຳ​ເຫັນ

0