黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານລາຕີສະຫລອງບຸນກຸດຈີນປີ 2022 ສະແດງໃຫ້ເຫັນເຖິງໂສມຫນ້າແລະຈິດໃຈແຫ່ງການບຸກບືນກ້າວຫນ້າໃນຍຸກໃຫມ່ທ່າມກາງບັນຍາກາດທີ່ມ່ວນຊື່ນຟົດຟື້ນ

2022-02-01 15:02:13 CRI

ເວລາ 20:00 ໂມງຂອງວັນທີ 31 ມັງກອນຜ່ານມາ, ງານລາຕີສະຫລອງບຸນກຸດຈີນປີ 2022 ຂອງສະຖານີວິທະຍຸແລະໂທລະພາບສູນກາງຈີນ ຫລື CMG ໄດ້ມາພົບກັບທ່ານຜູ້ຊົມທັງ ຫລາຍຕາມກຳນົດ ໃນທ່າມກາງບັນຍາກາດທີ່ສິລິມຸງຄຸນ ແລະ ມ່ວນຊື່ນຟົດຟື້ນ.

ງານລາຕີຄັ້ງນີ້ມີເນື້ອໃນທີ່ໃຫມ່ອ່ຽມ, ໂດດເດັ່ນ ແລະ ປ່ຽມລົ້ນດ້ວຍຄວາມອົບອຸ່ນ. ໄດ້ນຳໃຊ້ເຕັກນິກ XR, VR, AR ແລະເຕັກນິກອື່ນໆ ແລະ ຈໍແບບໂດມ 720 ອົງສາ ເຊິ່ງເຮັດໃຫ້ລາຍການສະແດງຕ່າງໆເປັນອາຫານຫູອາຫານຕາທີ່ມີແນວຄິດ, ມີສິລະປະ ແລະ ຫນ້າຊົມສຳລັບຜູ້ຊົມທັງຫລາຍ.

ຕາມສະຖິຕິທີ່ບໍ່ຄົບຖ້ວນ, ຮອດເວລາ 24:00 ຂອງວັນທີ 31 ມັງກອນຜ່ານມາ, ອັດຕາຮັບຊົມການຖ່ານທອດສົດງານລາຕີດັ່ງກ່າວໄດ້ບັນລຸເຖິງ 21,93%. ຜູ້ກົດເຂົ້າຊົມ ໂດຍຜ່ານສື່ໃຫມ່ມີເຖິງ 4,932 ຕື້ເທື່ອຄົນ, ໄດ້ເພີ່ມຂຶ້ນຢ່າງຈະແຈ້ງເມື່ອທຽບກັບງານລາຕີ ສະຫລອງບຸນກຸດຈີນປີຜ່ານມາ. ການຮັບຊົມງານລາຕີສະຫລອງບຸນກຸດຈີນດ້ວຍຈໍແບບຕັ້ງທີ່ ນຳໃຊ້ເປັນຄັ້ງທຳອິດນັບລວມແລ້ວໄດ້ບັນລຸເຖິງ 200 ລ້ານເທື່ອຄົນ, ໃນຈຳນວນຜູ້ນຳໃຊ້ຈໍ ແບບຕັ້ງນັ້ນ, ຜູ້ນຳໃຊ້ທີ່ອາຍຸຕ່ຳກວ່າ 30 ປີໄດ້ກວມ 50%, ຊາວເນັດທັງຫລາຍໄດ້ຕີລາຄາ ເປັນຢ່າງດີ ໂດຍກົດໄລມີເຖິງ 360 ລ້ານຄົນ. ສື່ມວນຊົນ 600 ກວ່າແຫ່ງຂອງ 170 ກວ່າປະເທດແລະເຂດແຄວ້ນໄດ້ຖ່າຍທອດສົດແລະລາຍງານຂ່າວງານລາຕີສະຫລອງບຸນກຸດຈີນ, ຜູ້ຊົມທີ່ຮັບຊົມງານລາຕີດັ່ງກ່າວໂດຍຜ່ານ CNTV ແລະ CGTN ຢູ່ຕ່າງປະເທດມີເຖິງ 35,24 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 16,58 ລ້ານເທື່ອຄົນເມື່ອທຽບໃສ່ງານລາຕີສະຫລອງ ບຸນກຸດຈີນປີຜ່ານມາ.

ຄຳ​ເຫັນ

0