黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ພິ​ທີ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາ​ວ​ປັກ​ກິ່ງປີ 2022 ຢູ່​ນະ​ຄອນ​ຫຼວ​ງ​ປັກ​ກິ່ງ

2022-02-02 16:32:38 cri

ຈັດ​ພິ​ທີ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາ​ວ​ປັກ​ກິ່ງປີ 2022 ຢູ່​ນະ​ຄອນ​ຫຼວ​ງ​ປັກ​ກິ່ງ_fororder_d439b6003af33a8735230ffeb3a9c2315143b583

ວັນ​ທີ 2 ກຸມ​ພາ​ນີ້, ພິ​ທີ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຢ່າງ​ຄຶກ​ຄື້ນ. ທ່ານ​ຮັນ​ເຈິ້ງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ, ຫົວ​ໜ້າ​ໜ່ວຍ​ນຳ​ພາ​ວຽກ​ງານ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ທີ 24 ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ, ທ່ານ​ໄດ້​ໃຕ້​ທວນ​ໄຟ​ງານ​ກິ​ລມ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022 ແລະ​​ປະ​ກາດ​ເລີ່ມ​ສົ່ງ​ຕໍ່​ທວນ​ໄຟ​ຢ່າງ​ເປັນ​ທາງ​ການ.

ກິດ​ຈະ​ກຳ​ສົ່ງ​ຕໍ່​ທວນ​ໄຟ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022 ໄດ້​ເນັ້ນ​ຫົວ​ຂໍ້ “ຕ້ອນ​ຮັບ​​ການ​ນັດ​ໝາຍ​ຂອງ​ຫິ​ມະ​ແລະ​ນ້ຳ​ກ້າມ, ກ້າວ​ໄປ​ສູ່​ອະ​ນາ​ຄົດ​ທີ່​ດີ​ງາມ.” ​ການ​​ສົ່ງ​ຕໍ່​ທວນ​ໄຟ​ຈະ​ດຳ​ເນີນຢູ່ເຂດ​ແຂ່ງ​ຂັນ 3 ແຫ່ງ​ຄື​ປັກ​ກິ່ງ, ຢຽນ​ຊິ້ງ​ແລະ​ຈ່າງ​ເຈ່ຍ​ໂຂວ. ວັນ​ທີ 4 ກຸ​ມ​ພາ​ນີ້, ໂດຍ​ຜ່ານ​ການ​ສົ່ງ​ຕໍ່​ດ້ວຍ​ຜູ້ສົ່ງ​ຕໍ່​ທວນ​ໄຟ 1200 ຄົນ, ​ໃນ​ທີ່​ສຸດ, ທວນ​ໄຟ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະຖືກ​ສົ່ງ​ໄປ​ເຖິງ​ຫໍ​ທວນ​ໄຟ​ຫຼັກ​ຂອງ​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ​ຈີນ, ແລະ​ຕ້ອນ​ຮັບ​​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່​ມາ​ເຖິງ.

ຈັດ​ພິ​ທີ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາ​ວ​ປັກ​ກິ່ງປີ 2022 ຢູ່​ນະ​ຄອນ​ຫຼວ​ງ​ປັກ​ກິ່ງ_fororder_9d82d158ccbf6c810356fa2ccecb633c31fa4094

ຈັດ​ພິ​ທີ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາ​ວ​ປັກ​ກິ່ງປີ 2022 ຢູ່​ນະ​ຄອນ​ຫຼວ​ງ​ປັກ​ກິ່ງ_fororder_cb8065380cd7912372b2e174dec18b8bb3b7805b

 

ຄຳ​ເຫັນ

0