蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫຼຽນການແຂ່ງຂັນຂອງງານກິລາໂອລິມປິກລະດູໜາວປັກກິ່ງໄດ້ເປີດໂຕຢູ່ໃນສູນກະຈາຍສຽງສາກົນ

2022-02-02 14:58:18 CRI

ວັນທີ 1 ກຸມພານີ້, ບໍລິສັດບໍລິການການກະຈາຍສຽງໂອລິມປິກ ໄດ້ນຳເອົາ ຫຼຽນການແຂ່ງຂັນຂອງງານກິລາໂອລິມປິກລະດູໜາວປັກກິ່ງ ໄປເຖິງສູນກະຈາຍ ສຽງສາກົນ ຫລື IBC ເພື່ອໃຫ້ສື່ມວນຊົນຖ່າຍຮູບ.

    ບ່ອນວາງສະແດງຫຼຽນການແຂ່ງຂັນ ໄດ້ຕັ້ງຢູ່ໃນຫ້ອງສະຕູດິໂອແຫ່ງໜຶ່ງ ຂອງບໍລິສັດບໍລິການການກະຈາຍສຽງໂອລິມປິກ, ສື່ມວນຊົນທີ່ໄດ້ຮັບສິດຖ່າຍ ທອດງານກິລາໂອລິມປິກລະດູໜາວ 30 ກວ່າແຫ່ງ ໄດ້ຮັບການອະນຸຍາດ ໃຫ້ເຂົ້າໄປຖ່າຍຮູບແລະວິດີໂອຢູ່ບໍລິເວນໃກ້, ສື່ມວນຊົນໜຶ່ງແຫ່ງໃຫ້ມີເວລາຖ່າຍ ແຕ່ຝ່າຍດຽວພຽງ 15 ນາທີເທົ່ານັ້ນ. ຫຼຽນຄຳ, ຫຼຽນເງິນ ແລະ ຫຼຽນທອງ ລ້ວນແຕ່ໃຫ້ວາງໄວ້ແບບນອນ, ຫ້າມແຂວນຂຶ້ນ, ຫ້າມແຕະຕ້ອງ, ແລະໃຫ້ພະນັກງານໃສ່ຖົງມືປີ້ນໄດ້ເທົ່ານັ້ນ.
    ຕາມຂ່າວແຈ້ງວ່າ: ຫຼຽນການແຂ່ງຂັນເຫຼົ່ານີ້ບໍ່ແມ່ນຂອງລຽນແບບ, ຫາກແມ່ນຂອງແທ້ ແລະ ຈະມອບໃຫ້ນັກກິລາທີ່ໄດ້ຮັບຫຼຽນການແຂ່ງຂັນ ໃນຕໍ່ໜ້າ.

ຄຳ​ເຫັນ

0