黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳນວນຜູ້ຊົມງານລາຕີສະຫຼອງບຸນກຸດຈີນໄດ້ສ້າງສະຖິຕິໃໝ່ອີກຄັ້ງໜຶ່ງ

2022-02-02 15:11:02 cri

ຈຳນວນຜູ້ຊົມງານລາຕີສະຫຼອງບຸນກຸດຈີນໄດ້ສ້າງສະຖິຕິໃໝ່ອີກຄັ້ງໜຶ່ງ_fororder_20220201193721525

ດ້ວຍການມີແນວຄິດ, ມີສິລະປະ ແລະ ໜ້າເບິ່ງໜ້າຊົມ, ງານລາຕີ ສະຫຼອງບຸນກຸດຈີນປີ 2022 ຂອງສະຖານີວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ສ້າງສະຖິຕິໃໝ່ຫຼາຍຢ່າງດ້ານການຮັບຊົມ, ຈຳນວນຜູ້ຊົມໄດ້ບັນລຸເຖິງ 1 ຕື້ 296 ລ້ານຄົນ, ຈຳນວນຜູ້ກົດເຂົ້າຊົມດ້ວຍສື່ໃໝ່ໄດ້ບັນລຸເຖິງ 7 ຕື້ 133 ລ້ານເທື່ອຄົນ.
 

ຈຳນວນຜູ້ຊົມງານລາຕີສະຫຼອງບຸນກຸດຈີນໄດ້ສ້າງສະຖິຕິໃໝ່ອີກຄັ້ງໜຶ່ງ_fororder_20220201193721592

    ຕາມຜົນການສະຖິຕິ, ໃນໄລຍະຖ່າຍທອດສົດງານລາຕີສະຫຼອງບຸນກຸດຈີນ ປີນີ້, ຈຳນວນຜູ້ຊົມໂດຍຜ່ານໂທລະພາບ, ອິນເຕີເນັດ, ສື່ສັງຄົມອອນລາຍ ແລະອື່ນໆ ໄດ້ບັນລຸເຖິງ 1 ຕື້ 296 ລ້ານຄົນ. ໃນນັ້ນ, ມີຜູ້ຊົມ 538 ລ້ານຄົນໄດ້ຊົມເບິ່ງໂດຍຜ່ານໂທລະພາບ, ອີກ 758 ລ້ານຄົນໄດ້ຊົມເບິ່ງ ດ້ວຍໂທລະສັບມືຖື. ສ່ວນຈຳນວນຜູ້ກົດເຂົ້າຊົມດ້ວຍສື່ໃໝ່ໄດ້ບັນລຸເຖິງ 7 ຕື້ 133 ລ້ານເທື່ອຄົນ. ໄດ້ສ້າງສະຖິຕິໃໝ່ການເຜີຍແຜ່ດ້ວຍສື່ຕ່າງໆ 4 ປີລຽນຕິດ.

ຈຳນວນຜູ້ຊົມງານລາຕີສະຫຼອງບຸນກຸດຈີນໄດ້ສ້າງສະຖິຕິໃໝ່ອີກຄັ້ງໜຶ່ງ_fororder_c3b27b587b364fe3a9ebc5db447ba26c

 

ຄຳ​ເຫັນ

0