秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາຍຮັບຈາກການຂາຍປີ້ຮູບເງົາໃນມື້ທຳອິດຂອງບຸນກຸດຈີນ 2022 ບັນລຸ 1 ຕື້ 500 ລ້ານຢວນ

2022-02-02 16:51:05 cri

ຕາມ​ຂ່າວ​ລາຍ​ງານ​ວ່າ: ມາ​ຮອດ​ເວ​ລາ 21 ໂມງ 28 ນາ​ທີ​ຂອງວັນ​ທີ 1 ກຸມ​ພາ​ນີ້, ​ລາຍ​ຮັ​ບ​ຈາກ​ການ​ຂາຍ​ປີ້​ຮູ​ບ​ເງົາ​ຢູ່​ຈີນ​ໃນ​ມື້​ທຳ​ອິດ​ຂອງ​ບຸນ​ກຸດ​ຈີນ 2022 ​ໄດ້​ບັນ​ລຸ  1 ຕື້ 500 ລ້ານຢວນ ເຊິ່ງ​ເປັນ​ອັນ​ດັບ​ທີ 2 ຂອງ​ລາຍ​ຮັບ​ຈາກ​ການ​ຂາຍ​ປີ້​ຕໍ່​ມື້​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ. ນອກ​ນີ້, ຮອບ​ສາ​ຍ​ຮູບ​ເງົາ​ໃນ​ມື້​ດັ່ງ​ກ່າວ​ລວມ​ມີ 535.900 ຮອບ ເຊິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ຂອງ​ຈຳ​ນວນ​ຮອບ​ສາຍ​ຮູບ​ເງົາ​ຕໍ່​ມື້​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ.

ຮູບ​ເງົ​າຈີນ 8 ເລື່ອງ​ໄດ້​ສາຍ​ຮອບ​ປະ​ຖົມ​ມະ​ເລີກ​ໃນ​ມື້​ຂຶ້ນ​ໜຶ່ງ​ຄ່ຳ​ຂອງ​ບຸນ​ກຸດ​ຈີນ, ໃນ​ນັ້ນ, ມີ 5 ເລື່ອງ​​ສາ​ມາດ​ສ້າງ​ລາຍ​ຮັບ​ຈາກ​ການ​ຂາຍ​ປີ້​ເຂົ້າ​ຊົມ​ໃນ​ມື້​ທຳ​ອິດ​ໄດ້ຫຼາຍກວ່າ 100 ລ້ານຢວນ. ຮູບ​ເງົາ​ເລື່ອງ​​ບັ້ນ​ຮົບ​ໜອງ​ສາງ​ຈີ່ນ​ພາກ​ສອງ​(The Battle at Lake Changjin II) ສາ​ມາດ​ສ້າງ​ລາຍ​ຮັບ​ຈາກການ​ຂາຍ​ປີ້​ເຂົ້າ​ຊົມ​ໄດ້​ເຖິງ 665 ລ້ານຢວນ ​ເຊິ່ງຫຼາຍກວ່າ​ລາ​ຍ​ຮັບ​ທີ່​ເປັນ 205 ລ້ານຢວນ ຂອງ​ຮູບ​ເງົາ​ເລື່ອງບັ້ນ​ຮົບ​ໜອງ​ສາງ​ຈີ່ນ (The Battle At Lake Changjin) ​ ແລະ​ກາຍ​ເປັນ​ຮູບ​ເງົ​າ​ເລື່ອງ​ສົງ​ຄາມ​ທີ່​ສາ​ມາດ​ສ້າງ​ລາຍ​ຮັບ​ຈາກ​ການຂາຍ​ປີ້​ເຂົ້າ​ຊົມ​ໄດ້ຫຼາຍ​ທີ່​ສຸດ​ໃນ​ມື້​ທຳ​ອິດ​ການ​ສາຍ​ຮູບ​ເງົາ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຂອງ​ແຜ່ນ​ດິນ​ໃຫຍ່​ຈີນ.

ຄຳ​ເຫັນ

0