吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ໂບນ້ຳກ້ອນ” ເຊິ່ງເປັນຫໍກິລາສະເກັດໄວແຫ່ງຊາດໄດ້ກຽມພ້ອມແລ້ວ

2022-02-03 11:21:46 CRI

“ໂບນ້ຳກ້ອນ” ເຊິ່ງເປັນຫໍກິລາສະເກັດໄວແຫ່ງຊາດໄດ້ກຽມພ້ອມແລ້ວ_fororder_冰丝带2


    ຕອນບ່າຍວັັັນທີ 2 ກຸມພານີ້, ຄະນະຈັດງານກິລາໂອລິມປິກລະດູໜາວປັກກິ່ງໄດ້ຈັດກອງປະຊຸມຂ່າວຢູ່ສູນສື່ມວນຊົນຫຼັກໂດຍໄດ້ເຊື້ອເຊີນຜູ້ຮັບຜິດຊອບຂອງໜ່ວຍປະຕິບັດງານຂອງຫໍກິລາສະເກັດໄວແຫ່ງຊາດມາແນະນຳສະພາບການກະກຽມ.ປັດຈຸບັນ, ຫໍກິລາສະເກັດໄວແຫ່ງຊາດດ້ກຽມພ້ອມແລ້ວແລະກຳລັງລໍຖ້າການຈັດການແຂ່ງຂັນຢ່າງເປັນທາງການ.


     ໃນກອງປະຊຸມຂ່າວ, ຜູ້ຮັບຜິດຊອບໜ່ວຍປະຕິບັດງານ“ໂບນ້ຳກ້ອນ” ເຊິ່ງເປັນຫໍກິລາສະເກັດໄວແຫ່ງຊາດໄດ້ແນະນຳໃຫ້ຮູຸ້ວ່າ: ໃນຕອນບ່າຍວັນທີ 2 ກຸມພານີ້, ຢູ່ຫໍກິລາສະເກັດໄວແຫ່ງຊາດໄດ້ຈັດການແຂ່ງຂັນແບບເຝິກຫັດຄັ້ງທີ 2 ກໍ່ຄືການແຂ່ງຂັນແບບເຝິກຫັດຄັ້ງສຸດທ້າຍກ່ອນການຈັດການແຂ່ງຂັນງານກິລາໂອລິມປິກລະດູໜາວຢ່າງເປັນທາງການ.ທາງຫໍກິລາຈະສືບຕໍ່ປັບປຸງໜ້ານ້ຳກ້ອນໃຫ້ດີຂຶ້ນໂດຍອີງຕາມການສ່ອງແສງຂອງນັກກິລາທີ່ເຂົ້າຮ່າມການແຂ່ງຂັນແບບເຝິກຫັດ ເພື່ອໃຫ້ບັນລຸສະພາບທີ່ດີທີ່ສຸດ.

 

“ໂບນ້ຳກ້ອນ” ເຊິ່ງເປັນຫໍກິລາສະເກັດໄວແຫ່ງຊາດໄດ້ກຽມພ້ອມແລ້ວ_fororder_冰丝带

 

    ໃນຖານະເປັນຫໍແຂ່ງຂັນກິລານ້ຳກ້ອນທີ່ສ້າງໃໝ່ພຽງແຫ່ງດຽວຂອງງານກິລາໂອລິມປິກລະດູໜາວ, “ໂບນ້ຳກ້ອນ” ຫຼື ຫໍກິລາສະເກັດໄວແຫ່ງຊາດກໍ່ຈະກາຍເປັນຫໍກິລາສະເກັດໄວທີ່ຖືກາກບອນດີອອກສິດເປັນຢາຜະລິດນ້ຳກ້ອນແຫ່ງທຳອິດໃນປະຫວັດສາດງານກິລາໂອລິມປິກລະດູໜາວ, ບໍ່ພຽງແຕ່ເປັນມິຕໍ່ສິ່ງແວດລ້ອມເທົ່ານັ້ນ, ຄວາມແຕກໂຕນກັນດ້ານອຸນຫະພູມຢູ່ໜ້ານ້ຳກ້ອນກໍ່ມີໜ້ອຍເຮັດໃຫ້ລະດັບຄວາມແຂງຂອງທົ່ວໜ້ານ້ຳກ້ອນມີຄວາມຄືກັນໃນຂັ້ນພື້ນຖານ ເຊິ່ງມີຜົນດີຕໍ່ນັກກິີລາໃນການແຂ່ງຂັນ.
     

ຄຳ​ເຫັນ

0