吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍອດປະລິມານໜິິ້ສິນແຫ່ງລັດຂອງອາເມຣິກາມີຫຼາຍກວ່າ 3 ໝື່ນຕື້ໂດລາ ສ້າງສະຖິຕິໃໝ່ໃນປະຫວັດສາດ

2022-02-03 10:50:22 CRI

ຍອດປະລິມານໜິິ້ສິນແຫ່ງລັດຂອງອາເມຣິກາມີຫຼາຍກວ່າ 3 ໝື່ນຕື້ໂດລາ ສ້າງສະຖິຕິໃໝ່ໃນປະຫວັດສາດ_fororder_美国国债


    ບົດລາຍງານທີ່ກະຊວງການເງິນອາເມຣິກາປະກາດໃນວັນທີ 1 ກຸມພານີ້ສະແດງໃຫ້ເຫັນວ່າ, ຍອດປະລິມານໜິ້ສິນແຫ່ງລັດຂອງອາເມຣິກາມີຫຼາຍກວ່າ 3 ໝື່ນຕື້ໂດລາ, ສ້າງສະຖິຕິໃໝ່ໃນປະຫວັດສາດ, ຕົວເລກນີ້ໄດ້ສ່ອງແສງໃຫ້ເຫັນວ່າ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ຈຳນວນເງິນກູ້ຢືມຂອງສະຫະລັດອາເມຣິກາໄດ້ເພີ່ມຫຼາຍຂຶ້ນ. ຕົວເລກສະແດງໃຫ້ເຫັນວ່າ, ນັບມາຮອດວັນທີ 31 ມັງກອນແລ້ວນີ້, ໜິ້ສິນສາທາລະນະທີ່ອາເມຣິກາຍັງບໍ່ໄດ້ໄຊ້ຄືນມີ 3 ໝື່ນ 100 ຕື່ໂດລາ ໂດຍໄດ້ເພີ່ມຂຶ້ນປະມານ 7 ພັນຕື້ໂດລາເມື່ອທຽບໃສ່ທ້າຍປີ 2019.


    ຂ່າວແຈ້ງວ່າ, ແຜນການເຫຼືອຂອງສະຫະລັດໃນໄລຍະສະພາບໂຄວິດ-19 ທີ່ມອບສິດໂດຍລັດຖະສະພາອາເມຣິການັ້ນມີຫຼາຍແຜນການໄດ້ໝົດອາຍຸແລ້ວ, ການຊ່ວຍເຫຼືອດ້ານການເງິນທີ່ເຫຼືອໄວ້ໃຫ້ແກ່ຊາວອາເມຣິການັ້ນຍັງໜ້ອຍກວ່າໃນໄລຍະຕົ້ນຂອງການແຜ່ລະບາດໂຄວິດ-19.ພ້ອມກັນນັ້ນ, ທະນາຄານກາງອາເມຣິກາ ຫຼື FED ກໍ່ໄດສົ່ງສັນຍານວ່າຈະຍົກສູງອັດຕາດອກເບ້ຍໄລຍະສັ້ນເພື່ອສະກັດກັ້ນໄພເງິນເຟີ້.ຕາມໄດ້ຊາບ,ໄພເງິນເຟີ້ຂອງອາເມຣິກາພວມຢູ່ໃນລະດັບສູງສຸດໃນຮອບເກືອບ 40 ປີມານີ້.

ຄຳ​ເຫັນ

0