覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດເຊຍເຫັນວ່າ ການທີ່ກະຊວງປ້ອງກັນປະເທດອາເມຣິກາປະກາດຈະເພີ່ມສົ່ງກຳລັງທະຫານໄປປະຈຳການຢູ່ເອີຣົບນັ້ນເປັນຂໍ້ຕົກລົງທີ່ມີລັກສະນະທຳລາຍ

2022-02-03 12:49:40 cri

ຣັດເຊຍເຫັນວ່າ ການທີ່ກະຊວງປ້ອງກັນປະເທດອາເມຣິກາປະກາດຈະເພີ່ມສົ່ງກຳລັງທະຫານໄປປະຈຳການຢູ່ເອີຣົບນັ້ນເປັນຂໍ້ຕົກລົງທີ່ມີລັກສະນະທຳລາຍ_fororder_美国
 

ວັນທີ 2 ກຸມພານີ້, ກະຊວງປ້ອງກັນປະເທດອາເມຣິກາປະກາດຈະເພີ່ມສົ່ງ ກຳລັງທະຫານໄປປະຈຳການຢູ່ເອີຣົບ, ເພື່ອຮັບມືກັບສະຖານະການອັນເຄັ່ງຕຶງ ຢູ່ເຂດຊາຍແດນລະຫວ່າງຣັດເຊຍກັບອູແກຼນ. ກ່ຽວກັບເລື່ອງນີ້, ທ່ານອາເລັກ ແຊນເດີ ກຣູສໂຄ   ຮອງລັດຖະມົນຕີກະຊວງ ການຕ່າງປະເທດຣັດເຊຍກ່າວວ່າ: ຂໍ້ຕົກລົງຂອງອາເມຣິກາເປັນມາດຕະການ ລັກສະນະທຳລາຍ ເຊິ່ງຈະສ້າງຄວາມເຄັ່ງຕຶງທາງການທະຫານໃຫ້ຮຸນແຮງຂຶ້ນ.

 

ທ່ານຈອນ ເຄີບີ  ໂຄສົກກະຊວງປ້ອງກັນປະເທດອາເມຣິກາ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 2 ກຸມພານີ້ວ່າ: ພາຍ ໃນຫຼາຍມື້ຂ້າງໜ້ານີ້  ອາເມຣິກາຈະຈັດສັນກຳລັງທະຫານປະມານ 2000 ຄົນ ຈາກຖານທັບບົກປຼັກ ຄາແຊວ ຢູ່ລັດໂນສຄາໂຣລາຍນາ ເພື່ອເດີນທາງໄປປະຈຳການຢູ່ເຢຍລະມັນ ແລະໂປໂລຍ ແລະຈະຈັດສັນກຳລັງທະຫານປະມານ 1000 ຄົນ ທີ່ປະຈຳການຢູ່ເຢຍລະມັນໃນປັດຈຸບັນໄປປະຈຳການຢູ່ຣູມານີ.

ຄຳ​ເຫັນ

0