覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະທານາທິບໍດີຣັດເຊຍໃຫ້ສຳພາດຜູ້ອຳນວຍການໃຫຍ່CMG

2022-02-03 12:34:28 cri

ປະທານາທິບໍດີຣັດເຊຍໃຫ້ສຳພາດທາງລາຍລັກອັກສອນຂອງຜູ້ອຳນວຍການໃຫຍ່CMG_fororder_普京
 

ກ່ອນທີ່ຈະເຂົ້າຮ່ວມພິທີເປີດງານກິລາໂອລິມປິກລະດູໜາວປັກກິ່ງ2022ຕາມຄຳເຊື້ອເຊີນ, ທ່ານວະລະດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ໃຫ້ສຳພາດພິເສດແກ່ທ່ານເຊີ້ນໄຫສົງ ຜູ້ອຳນວຍການໃຫຍ່ທັງ ເປັນຫົວໜ້າບັນນາທິການຂອງສະຖານີວິທະຍຸໂທລະພາບສູນກາງຈີນຫຼື CMGເປັນລາຍລັກອັກສອນ.

 

 ທ່ານປູຕິນກ່າວວ່າ: ການກຽມພ້ອມເພື່ອເປີດການແຂ່ງຂັນຂອງງານກິລາ ໂອລິມປິກທີ່ມີຄຸນນະພາບສູງປານນີ້ ຈະມີຜົນດີຕໍ່ນັກກິລາທີ່ເຂົ້າຮ່ວມງານໂອລິມ ປິກເສີມຂະຫຍາຍຄຸນທາດແລະຈິດໃຈທີ່ເຂັ້ມແຂງຂອງຕົນຢ່າງເຕັມສ່ວນ, ເຮັດ ໃຫ້ເຂົາເຈົ້າສະແດງໃຫ້ເຫັນຄວາມສາມາດຂອງຕົນໃນການແຂ່ງຂັນທີ່ຍຸຕິທຳແລະສູ້ຊົນດ້ວຍມານະຈິດອົດທົນເພື່ອບັນລຸເປົ້າໝາຍທີ່ຕັ້ງໄວ້. ກິລາ ເປັນປາກົດການພິເສດຢ່າງໜຶ່ງໃນອະລິຍະທຳຂອງມວນມະນຸດ, ສ່ວນການຈັດ ງານມະຫາກຳກິລາຂະໜາດໃຫຍ່ ຈະມີຜົນດີຕໍ່ການເຮັດໃຫ້ໄລຍະຫ່າງລະຫວ່າງ ຄົນກັບຄົນຫຍັບມໍ່ເຂົ້າກັນ, ເພີ່ມຄວາມເຂົ້າໃຈກັນໃຫ້ເລິກເຊິ່ງກວ່າເກົ່າ, ສົ່ງເສີມ ຫຼັກການ “ແຂ່ງຂັນຢ່າງຍຸຕິທຳ” ເຊິ່ງເປັນທີ່ຍອມຮັບກັນໂດຍທົ່ວໄປ. ການພົວ ພັນລະຫວ່າງຣັດເຊຍແລະຈີນໃນຂົງເຂດການເຄື່ອນໄຫວກິລາມີລັກສະນະກວ້າງຂວາງແລະຮອບດ້ານ, ເຊິ່ງໄດ້ຄອງຖານະອັນສຳຄັນໃນການຮ່ວມມືດ້ານວັດທະນະ ທຳລະຫວ່າງສອງຝ່າຍ. ຂ້າພະເຈົ້າເຊື່ອໝັ້ນວ່າ: ປັກກິ່ງຈະຈັດງານກິລາໂອລິມ ປິກລະດູໜາວໃນລະດັບສູງສຸດຢ່າງແນ່ນອນ. ຂໍອວຍພອນໃຫ້ນັກກິລາ, ນັກ ແຂ່ງຂັນງານກິລາໂອລິມປິກທຸກຄົນຈົ່ງດຳເນີນການແຂ່ງຂັນຢ່າງສະດວກ ແລະ ໄດ້ຮັບຜົນງານທີ່ດີ, ຂໍອວຍພອນໃຫ້ແຂກທຸກທ່ານຈົ່ງມຄວາມຮູ້ສຶກທີ່ດີງາມ ແລະບໍ່ມີວັນລືມແລະມີຈິດໃຈທີ່ເບີກບານມ່ວນຊື່ນ.
 

 ທ່ານປູຕິນກ່າວເນັ້ນໜັກວ່າ: ການພົວພັນຣັດເຊຍ-ຈີນໄດ້ຂະຫຍາຍຕົວບົນ ພື້ນຖານທີ່ສະເໝີພາບແລະບໍ່ເປັນແບບຮູບຖານຈິດສຳນຶກ. ການພົວພັນຄູ່ຮ່ວມ ມືລະຫວ່າງສອງຝ່າຍພວກເຮົາແມ່ນມີຄວາມໝັ້ນທ່ຽງແລະມີຄຸນຄ່າອິດສະຫຼະ, ໂດຍຈະບໍ່ຖືກຜົກກະທົບທາງດ້ານການເມືອງ, ທັງບໍ່ແນໃສ່ບຸກຄົນໃດໆ. ການພົວ ພັນແບບນີ້ແມ່ນສ້າງຂຶ້ນຢູ່ບົນພື້ນຖານທີ່ເຄົາລົບແລະພິຈາລະນາເຖິງຜົນປະໂຫຍດພື້ນຖານຂອງກັນ, ເຄົາລົບແລະປະຕິບັດຕາມກົດໝາຍສາກົນແລະ ກົດບັດສະຫະປະຊາຊາດ.

ຄຳ​ເຫັນ

0