何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຫະ​ພາບ​ເອີ​ຣົບ​ຈະ​ຈັດ​ເອົາ​ໄຟ​ຟ້າ​ນິວ​ເຄຼຍ ແລະ ອາຍ​ແກັ​ສ​ທຳ​ມະ​ຊາດ​ທີ່​ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ພິ​ເສດເຂົ້າ​ເປັນ​ພະ​ລັງ​ງານ “ຂ້າມ​ຜ່ານ”ທີ່​ສາ​ມາດ​ລົງ​ທຶນ​ແບບ​ຍືນ​ຍົງ

2022-02-03 16:14:08 CRI

 

ວັນ​ທີ 2 ກຸມ​ພາ​ນີ້, ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົ​ບ​ໄດ້​ຜ່ານ​ຮ່າງ​ຍັດ​ຕິ​ມອບ​ສິດ​ເພີ່ມ​ເຕີມ​​ສຳ​ລັບ​ລະ​ບຽບ​ການ​ແບ່ງ​ປະ​ເພດ​ພະ​ລັງ​ງານ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ໂດຍ​ຈັດ​ເອົາ​ໄຟ​ຟ້າ​ນິວ​ເຄຼຍ ແລະ ອາຍ​ແກັ​ສ​ທຳ​ມະ​ຊາດ​ທີ່​ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ພິ​ເສດ​ເຂົ້າ​ເປັນ ພະ​ລັງ​ງານ “ຂ້າມ​ຜ່ານ” ທີ່​ສາ​ມາດ​ລົງ​ທຶນ​ແບບ​ຍືນ​ຍົງ, ທັງ​ໄດ້​ກຳ​ນົດ​ມາດ​ຕະ​ຖານ​ດ້ານ​ເຕັກ​ນິກ ແລະ ມາດ​ຕະ​ຖານ​ດ້ານ​ການ​ລະ​ບາຍ​ໃຫ້​ກັບ​ໂຄງ​ການ​ໄຟ​ຟ້າ​ນິວ​ເຄຼຍ ແລະ ອາຍ​ແກັ​ສ​ທຳ​ມະ​ຊາດ​ທີ່​ກ່ຽວ​ຂ້ອງ.

ຮ່າງ​ຍັດ​ຕິ​ດັ່ງ​ກ່າວ​ຈະ​​ຍື່ນໃຫ້​ລັດ​ຖະ​ສະ​ພາ​ເອີ​ຣົບ​ພິ​ຈາ​ລະ​ນາ, ເມື່ອ​ໄດ້​ຮັບ​ການ​ຮັບ​ຮອງ​ແລ້ວ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 1 ມັງ​ກອນ​ປີ 2023. ແຕ່​ຮ່າງ​ຍັດ​ຕິ​ດັ່ງ​ກ່າວ​ໄດ້​ຖືກ​ປະ​ເທດ​ສະ​ມາ​ຊິກ​ຈຳ​ນວນ​ໜຶ່ງ​ຂອງ​ສະ​ຫະ​ພາບ​ເອີ​ຣົບ ເຊັ່ນ ໂອ​ຕຼິ​ສ, ລຸກ​ຊຳ​ບວກ ແລະ​ອື່ນໆ​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ. ຜູ້​ຄັດ​ຄ້ານ​ເຫັນ​ວ່າ, ການ​ຈັດ​ເອົາ​ອາຍ​ແກັ​ສ​ທຳ​ມະ​ຊາດ​ເຂົ້າ​ໃນ​ລະ​ບຽບ​ການ​ແບ່ງ​ປະ​ເພດ​ໄດ້​ລະ​ເມີດ​ຈຸດ​ປະ​ສົງ​ຂອງ​ລະ​ບຽບ​ການ​ດັ່ງ​ກ່າວ​ທັງ​ນັ້ນ, ​ສ່ວນການ​ຈັດ​ເອົາ​ໄຟ​ຟ້າ​ນິວ​ເຄຼຍ​ເຂົ້າ​ໃນ​ລະ​ບຽບ​ການ​ແບ່ງ​ປະ​ເພດ​ມີ​ຄວາມ​ສ່ຽງ​ສູງ.

ຄຳ​ເຫັນ

0