吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລຂາຖະແຫຼງຂ່າວປະທານາທິບໍດີຣັດເຊຍກ່າວວ່າ:ອາເມຣິກາເຮັດໃຫ້ສະຖານະການທີ່ເຄ່ັງຕຶງຮຸນແຮງຂຶ້ນ ຣັດເຊຍເປັນຫ່ວງແມ່ນສົມເຫດສົມຜົນ

2022-02-04 13:42:03 CRI

ເລຂາຖະແຫຼງຂ່າວປະທານາທິບໍດີຣັດເຊຍກ່າວວ່າ:ອາເມຣິກາເຮັດໃຫ້ສະຖານະການທີ່ເຄ່ັງຕຶງຮຸນແຮງຂຶ້ນ ຣັດເຊຍເປັນຫ່ວງແມ່ນສົມເຫດສົມຜົນ_fororder_佩思科夫


    ວັນທີ 3 ກຸມພານີ້, ໃນເວລາເວົ້າເຖິງເລື່ອງກ່ຽວກັບອາເມຣິກາຕົກລົງເພີ່ມສົ່ງທະຫານໄປປະຈຳການຢູ່ເອີລົບຕາເວັນອອກ, ທ່ານດີມີຕຼີ ເປັສໂກຟ ເລຂາຖະແຫຼງຂ່າວປະທານາທິບໍດີຣັດເຊຍກ່າວວ່າ,ຣັດເຊຍຮຽກຮ້ອງໃຫ້ອາເມຣິກາຢຸດຕິການເຮັດໃຫ້ສະຖານະການທີ່ເຄັ່ງຕຶງຂອງພາກພື້ນທີ່ກ່ຽວຂ້ອງຮຸນແຮງຂຶ້ນ, ແຕ່ເສຍດາຍທີ່ອາເມຣິກາບໍ່ໄດ້ຢຸດຕິ.


    ທ່ານເປັສໂກຟກ່າວວ່າ: “ປັດຈຸບັນ ອາເມຣິກາບໍ່ພຽງແຕ່ໄດ້ອອກຖະແຫຼງການທ້າທາຍເກາະຜິດ ໂດຍກ່າວວ່າສົງຄາມຊິມາຮອດແລ້ວ, ຫມົດທຸກຄົນກໍ່ຈະເສຍຄ່າຕອບແທນທີ່ຫນ້າຢ້ານ ແລະ ອື່ນໆເທົ່ານັ້ນ ແຕ່ຍັງໄດ້ ສົ່ງທະຫານອາເມຣິກາໄປຮອດປະເທດເອີລົບທີ່ໃກ້ກັບຣັດເຊຍ.ມັນຈະແຈ້ງທີ່ສຸດແລ້ວວ່າ,ນີ້ບໍ່ແມ່ນມາດຕະການທີ່ແນໃສ່ເຮັດໃຫ້ສະຖານະການທີ່ເຄັ່ງຕຶງໂຍະຍານລົງ, ກົງກັນຂ້າມ, ການກະທຳແບບນີ້ຈະເຮັດໃຫ້ສະຖານະການເຄັ່ງຕຶງຂຶ້ນຕື່ມອີກ.”

 

  ທ່ານເປັສໂກຟກ່າວວ່າ,ອາເມຣິກາເພີ່ມສົ່ງທະຫານໄປປະຈຳການຢູ່ເອີລົບໄດ້ຢັ້ງຢືນວ່າ, ຣັດເຊຍເປັນຫ່ວງຕໍ່ອາເມຣິກາແມ່ນສົມເຫດສົມຜົນ, ພ້ອມກັນນັ້ນ, ມາດຕະການຕ່າງໆທີ່ຣັດເຊຍນຳໃຊ້ຕໍ່ເລື່ອງນີ້ກໍ່ແມ່ນສົມເຫດສົມຜົນຄືກັນ.

ຄຳ​ເຫັນ

0