吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັດຕາໄພເງິນເຟີ້ຂອງພາກພື້ນອົງການຮ່ວມມື ແລະ ພັດທະນາເສດຖະກິດໃນປີ 2021 ໄດ້ສ້າງສະຖິຕິສູງສຸດໃນ 20 ປີມານີ້

2022-02-04 13:54:08 CRI

ອັດຕາໄພເງິນເຟີ້ຂອງພາກພື້ນອົງການຮ່ວມມື ແລະ ພັດທະນາເສດຖະກິດໃນປີ 2021 ໄດ້ສ້າງສະຖິຕິສູງສຸດໃນ 20 ປີມານີ້_fororder_经合组织


    ວັນທີ 3 ກຸມພານີ້, ອົງການຮ່ວມມື ແລະ ພັດທະນາເສດຖະກິດໄດ້ປະກາດຕົວເລກຫຼ້າສຸດເຊິ່ງສະແດງໃຫ້ເຫັນວ່າ,ອັດຕາໄພເງິນເຟີ້ຂອງພາກພື້ນອົງການດັ່ງກ່າວໃນປີ 2021 ສູງເຖິງ 4%, ສູງກວ່າ 1,4% ຂອງປີ 2020 ຢ່າງຫຼວງຫຼາຍ, ເປັນລະດັບສູງສຸດນັບແຕ່ປີ 2000 ມານີ້.


    ອົງການຮ່ວມມື ແລະ ພັດທະນາເສດຖະກິດໄດ້ສ້າງຕັ້ງຂຶ້ນໃນປີ 1961 ເຊິ່ງມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງປາຣີ, ປັດຈຸບັນມີ 38 ສະມາຊິກ ເຊັ່ນ: ອາເມຣິກາ, ອັງກິດ, ເຢຍລະມັນ, ຝຣັ່ງ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ປະເທດອື່ນໆ.


     ຕົວເລກຫຼ້າສຸດສະແດງໃຫ້ເຫັນວ່າ, ຢູ່ພາກພື້ນອົງການຮ່ວມມື ແລະ ການພັດທະນາເສດຖະກິດ, ລາຄາພະລັງງານໃນປີກາຍນີ້ໄດ້ຖີບສູງຂຶ້ນ 15,4%  ເຊິ່ງເປັນລະດັບສູງສຸດນັບແຕ່ປີ 1981. ໂດຍປາສະຈາກອາຫານ ແລະ ພະລັງງານ, ອັດຕາໄພເງິນເຟີ້ຂອງອົງການຮ່ວມມື ແລະ ພັດທະນາເສດຖະກິດໃນປີ 2021 ແມ່ນ 2,9%, ສູງກວ່າ 1,8% ຂອງປີ 2020.

ຄຳ​ເຫັນ

0