覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລີ່ມຈັດການແລ່ນທວນໄຟງານກິລາໂອລິມປິກລະດູຫນາວປັກກິ່ງແບບວົງປິດ

2022-02-04 16:01:02 cri

ເລີ່ມຈັດການແລ່ນທວນໄຟງານກິລາໂອລິມປິກລະດູຫນາວປັກກິ່ງແບບວົງປິດ_fororder_火炬传递
 

ເວລາ 10 ໂມງ 30 ນາທີຂອງວັນທີ 4 ກຸມພານີ້, ກິດຈະກຳແລ່ນທວນ ໄຟງານກິລາໂອລິມປິກລະດູໜາວ 2022 ໄດ້ຈັດຂຶ້ນພາຍໃຕ້ເງື່ອນໄຂແບບວົງ ປິດຢູ່ສວນສາທາລະນະປ່າໄມ້ໂອລິມປິກປັກກິ່ງ. ນັກແລ່ນທີ່ມາຈາກບັນດາປະ ເທດໃນວົງຄະນາຍາດໂອລິມປິກໄດ້ສົ່ງຕໍ່ທວນໄຟໂອລິມປິກທີ່ເປັນສັນຍາລັກໃຫ້ ກັບແສງສະຫວ່າງ, ຄວາມສາມັກຄີ,ສັນຕິພາບແລະມິດຕະພາບນັ້ນໄປເຖິງ ເສັ້ນຜ່າສູນກາງນະຄອນຫຼວງປັກກິ່ງ ເຊິ່ງເປັນຕົວເມືອງແຫ່ງທຳອິດທີ່ໄດ້ຈັດງານກິລາ ໂອລິມປິກລະດູຮ້ອນແລະງານກິລາໂອລິມປິກລະດູໜາວໃນປະຫວັດສາດງານ ກິລາໂອລິມປິກ ເພື່ອສະແດງໃຫ້ຊາວໂລກໄດ້ເຫັນເຖິງຈິດໃຈໂອລິມປິກຄື ມີພຽງ ແຕ່ສາມັກຄີເປັນເອກະພາບກັນເທົ່ານັ້ນ, ຈິ່ງຈະສາມາດບັນລຸເປົ້າຫມາຍທີ່ ‍‍ “ໄວ ກວ່າເກົ່າ, ສູງກວ່າເກົ່າແລະເຂັ້ມແຂງກວ່າເກົ່າ” ໄດ້.
 

ເລີ່ມຈັດການແລ່ນທວນໄຟງານກິລາໂອລິມປິກລະດູຫນາວປັກກິ່ງແບບວົງປິດ_fororder_火炬传递2
 

  ນັກແລ່ນທວນໄຟແບບວົງປິດໃນຄັ້ງນີ້ມີທ່ານ ໂທມັສ ບັກສ ປະທານຄະ ນະກຳມະການໂອລິມປິກສາກົນ, ທ່ານບານກີມູນ ເລຂາທິການໃຫຍ່ອົງການ ສະຫະປະຊາຊາດຊຸດທີ 8, ປະທານຄະນະກຳມາທິການຈັນຍາທຳຂອງຄະ ນະກຳມະການໂອລິມປິກສາກົນ, ທ່ານອັບດູນລາ ຊາຮິດ ປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດ ແລະທ່ານອື່ນໆທີ່ເປັນສະມາ ຊິກວົງຄະນາຍາດໂອລິມປິກ.
 

ເລີ່ມຈັດການແລ່ນທວນໄຟງານກິລາໂອລິມປິກລະດູຫນາວປັກກິ່ງແບບວົງປິດ_fororder_火炬传递3

 

ຄຳ​ເຫັນ

0