吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່ມວນຊົນສຳຄັນເບຼຊິນພິມບົດຄວາມ:ການພົວພັນຈີນ-ອາເມຣິກາລາຕິນຈະສ້າງໂອກາດໃຫ້ແກ່ບັນດາປະເທດອາເມຣິກາລາຕິນ

2022-02-04 13:48:45 CRI

ສື່ມວນຊົນສຳຄັນເບຼຊິນພິມບົດຄວາມ:ການພົວພັນຈີນ-ອາເມຣິກາລາຕິນຈະສ້າງໂອກາດໃຫ້ແກ່ບັນດາປະເທດອາເມຣິກາລາຕິນ_fororder_中国拉美


    ຫວ່າງມໍ່ໆມານີ້, “ຟາວຣາ ດີ ຊານປາວໂລ” ເຊິ່ງເປັນໜັງສືພິມທີ່ມີປະລິມານຈຳໜ່າຍຫຼາຍກວ່າຫມູ່ຂອງເບຼຊິນໄດ້ພິມບົດຄວາມຄໍລຳສະເພາະທີ່ມີຫົວຂໍ້ວ່າ “ການພົວພັນຈີນ-ອາເມຣິກາລາຕິນໄດ້ເພີ່ມທະວີຂຶ້ນຕື່ມອີກໃນໄລຍະການແຜ່ລະບາດພະຍາດໂຄວິດ-19”. ບົດຄວາມຂຽນວ່າ: ໃນໄລຍະພະຍາດໂຄວິດ-19 ແຜ່ລະບາດ, ການພົວພັນຈີນ-ອາເມຣິກາລາຕິນໄດ້ຂະຫຍາຍຕົວ ລົງສູ່ລວງເລິກຕື່ມອີກ. ການຂະຫຍາຍຕົວ ແລະ ການລົງສູ່ລວງເລິກຂອງການພົວພັນຈີນ-ອາເມຣິກາລາຕິນຈະສ້າງໂອກາດໃຫ້ບັນດາປະເທດອາເມຣິກາລາຕິນເພື່ອຮັບມືກັບສິ່ງທ້າທາຍຈາກພະຍາດໂຄວິດ-19 ແລະ ການຟື້ນຟູເສດຖະກິດ.


    ນັບແຕ່ສັດຕະວັດທີ 21 ເປັນຕົ້ນມາ, ການໄປມາຫາສູ່ກັນດ້ານເສດຖະກິດການຄ້າລະຫວ່າງຈີນ ກັບ ອາເມຣິກາລາຕິນໄດ້ເພີ່ມຫຼາຍຂຶ້ນຢ່າງຕໍ່ເນື່ອງ, ຈີນໄດ້ກາຍເປັນຄູ່ການຄ້າໃຫຍ່ທີ່ສຸດ ຫຼື ອັນດັບສອງສຳລັບປະເທດອາເມຣິກາລາຕິນສ່ວນຫຼາຍ, ພ້ອມກັນນັ້ນ ການລົງທຶນຂອງຈີນກໍ່ຊຸກຍູ້ໃຫ້ຕະຫຼາດອາເມຣິກາລາຕິນມີຄວາມຈະເລີນຮຸ່ງເຮືອງ. ເຂດແຄວ້ນອາເມຣິກາລາຕິນໄດ້ມີ 19 ປະເທດເຂົ້າຮ່ວມຂໍ້ລິເລິ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ການຮ່ວມມືຈີນ-ອາເມຣິກາລາຕິນໄດ້ປາກົດມີທ່ວງທ່າທີ່ນັບມື້ນັບໃກ້ຊິດ, ຊ່ອງທາງການສົນທະນາ ແລະ ການຮ່ວມມືໄດ້ເປີດກວ້າງອອກຢ່າງບໍ່ຢຸດຢັ້ງ.


     ໃນຕອນມ້ວນທ້າຍບົດຄວາມເຫັນວ່າ, ການຂະຫຍາຍຕົວ ແລະ ການລົງສູ່ລວງເລິກຂອງການພົວພັນໝູ່ຄູ່ຍຸດທະສາດຈີນ-ອາເມຣິກາລາຕິນຈະສ້າງໂອກາດໃຫ້ແກ່ບັນດາປະເທດອາເມຣິກາລາຕິນເພື່ອຮັບມືກັບສິ່ງທ້າທາຍຈາກພະຍາດໂຄວິດ-19 ແລະ ການຟື້ນຟູເສດຖະກິດ.

ຄຳ​ເຫັນ

0