覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂະແໜງການທ່ອງທ່ຽວຫິມະແລະນ້ຳກ້ອນຂອງຈີນໄດ້ເຂົ້າສູ່ໄລຍະພັດທະນາຢ່າງວ່ອງໄວ

2022-02-04 14:34:17 cri

ຂະແໜງການທ່ອງທ່ຽວຫິມະແລະນ້ຳກ້ອນຂອງຈີນໄດ້ເຂົ້າສູ່ໄລຍະພັດທະນາຢ່າງວ່ອງໄວ_fororder_冰雪旅游
 

 ເນື່ອງຈາກປັດໄຈເອື້ອອຳນວຍຕ່າງໆເຊັ່ນ ຊຸກຍູ້ໃຫ້ປະຊາຊົນ 300 ລ້ານຄົນ ເຂົ້າຮ່ວມການເຄື່ອນໄຫວກິລາຫິມະແລະນ້ຳກ້ອນ, ງານກິລາໂອລິມປິກລະດູໜາວປັກກິ່ງ2022 ແລະອື່ນໆ, ທ່າແຮງບົ່ມຊ້ອນຂອງຕະຫຼາດການທ່ອງທ່ຽວຫິມະແລະນ້ຳກ້ອນ ຂອງຈີນໄດ້ຖືກຂຸດຄົ້ນຕື່ມອີກ, ອຸດສາຫະກຳການທ່ອງທ່ຽວຫິມະແລະນ້ຳກ້ອນ ກຳລັງເຂົ້າສູ່ໄລຍະການພັດທະນາຢ່າງວ່ອງໄວ. ຕາມຕົວເລກສະຖິຕິສະແດງ ໃຫ້ເຫັນວ່າ: ຈຳນວນນັກທ່ອງທ່ຽວຫິມະແລະນ້ຳກ້ອນໃນຍາມລະດູໜາວຫິມະ ຕົກປີ2020ຫາ2021 ໄດ້ບັນລຸເຖິງ 230 ລ້ານເທື່ອຄົນ, ລາຍໄດ້ຈາກການ ທ່ອງທ່ຽວຫິມະແລະນ້ຳກ້ອນໄດ້ບັນລຸເຖິງ 390 ຕື້ຢວນ.
 

 ໄປຄຽງຄູ່ກັບຄວາມຫຼົງໄຫຼໃນການຫຼິ້ນກິລາຫິມະແລະນ້ຳກ້ອນທີ່ກະຕຸ້ນ ຈາກງານກິລາໂອລິມປິກລະດູໜາວປັກກິ່ງ2022ນີ້ ພ້ອມດ້ວຍການກໍ່ສ້າງເຄືອ ຂ່າຍທາງລົດໄຟຄວາມໄວສູງທີ່ສາມາດໄປເຖິງແຫ່ງຕ່າງໆໄດ້ຢ່າງສະດວກນັ້ນ ຢ່າງຕໍ່ເນື່ອງ, ການທ່ອງທ່ຽວຫິມະແລະນ້ຳກ້ອນຈະສືບຕໍ່ກາຍເປັນຈຸດສຸມການ ບໍລິໂພກອັນໃໝ່ສຳລັບປະຊາຊົນທັງຫຼາຍ. ເມື່ອຮອດປີ2025 ເຊິ່ງເປັນໄລຍະ ທ້າຍຂອງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14, ເຂດພາກ ຕາເວັນອອກສຽງເໜືອຂອງຈີນມີຕະຫຼາດການທ່ອງທ່ຽວຫິມະແລະນ້ຳກ້ອນທີ່ມີທ່າແຮງບົ່ມຊ້ອນດ້ານການບໍລິໂພກຂະໜາດໃຫຍ່ຄື ນັກທ່ອງທ່ຽວຫິມະແລະນ້ຳກ້ອນ ຈຳນວນ 300 ລ້ານເທື່ອຄົນ, ເຊິ່ງຈະສາມາດສ້າງລາຍໄດ້ເຖິງ 500 ຕື້ຢວນ, ຢູ່ເຂດແຄວ້ນນະຄອນຫຼວງປັກກິ່ງ,ນະຄອນທຽນສິນ ແລະແຂວງເຫີເປີີຍ ກໍມີທ່າ ແຮງບົ່ມຊ້ອນອັນມະຫາສານດ້ານການບໍລິໂພກຢ່າງແຂງແຮງຄື ນັກທ່ອງທ່ຽວ ຫິມະແລະນ້ຳກ້ອນຈຳນວນ 100 ລ້ານເທື່ອຄົນ, ເຊິ່ງຈະສາມາດສ້າງລາຍໄດ້ ເຖິງ 250 ຕື້ຢວນ, ຢູ່ເຂດຊິນຈ່ຽງມີທ່າແຮງບົ່ມຊ້ອນອັນມະຫາສານທີ່ຕະຫຼາດ ການທ່ອງທ່ຽວຫິມະແລະນ້ຳກ້ອນພັດທະນາຢ່າງວ່ອງໄວຄື ມີນັກທ່ອງທ່ຽວ ຫິມະ ແລະນ້ຳກ້ອນຈຳນວນ 100 ລ້ານເທື່ອຄົນ, ເຊິ່ງຈະສາມາດສ້າງລາຍ ໄດ້ເຖິງ 200 ຕື້ຢວນ.

ຄຳ​ເຫັນ

0