何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ທ່ານ​ປູ​ຕິນ​​ໃນ​ເວ​ລາ​ທີ່​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໃກ້​ຈະ​ເປີດ​ສາກ

2022-02-04 16:37:28 CRI

 

ຕອນ​ບ່າຍ​ວັນ​ທີ 4 ກຸມ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປ​ະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານວ​ະລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຢູ່​ຫໍ​ຮັບ​ແຂກ​ເມືອງ​ຕ້ຽວ​ອີ​ທາຍ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ.

ນີ້​ແມ່ນ​ການ​ພົ​ບ​ປະ​ກັນ​ຄັ້ງ​ທີ 38 ລະ​ຫວ່າງ​ທ່ານ​ສີ​ຈິ້ນ​ຜິງ​ກັບ​ທ່ານ​ປູ​ຕິນ​ນັບ​ແຕ່​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຈີນ​ໃນ​ປີ 2013 ເປັນ​ຕົ້ນ​ມາ, ກໍ​ແມ່ນ​ການ​ພົບ​ປະ​ກັນ​ແບບອອ​ຟ​ລາຍ​ຄັ້ງ​ທຳ​ອິດ​ລະ​ຫວ່າງ​ເພື່ອນ​ມິດ​ເກົ່າ​ສອງ​ທ່ານ​ນັບ​ແຕ່​​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ເຊິ່ງ​ເຮັດ​ໃຫ້ “ການ​ນັດ​ພົບ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ” ໄດ້​ປາ​ກົດ​ຜົນ​ເປັນ​ຈິງ. ເດືອນ​ກຸມ​ພາ​ປີ 2014, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປູ​ຕິນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ຣັດ​ເຊຍ​ໂດຍ​ສ​ະ​ເພາະ​ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຢູ່ໂຊ​ຊີ, ເຊິ່ງ​ເປັນ​ປະ​ມຸກ​ລັດ​ຈີນ​ທ່ານ​ທຳ​ອິດ​ທີ່​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ງານ​ແຂ່ງ​ຂັນ​ກິ​ລາ​ສາ​ກົນ​ຂະ​ໜາດ​ໃຫຍ່​ຢູ່​ຕ່າງ​ປະ​ເທດ. ທ່ານ​ປູ​ຕິນ​ເປັນ​ປະ​ມຸກ​ລັດ​ທ່ານ​ທຳ​ອິດ​ໃນ​ໂລກ​ທີ່​ໄດ້​ສະ​ແດງ​ທ່າ​ທີ​ຢ່າງ​ຈະ​ແຈ້ງວ່າ​ຈະ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022. ການ​ເດີນ​ທາງ​ໄປ​ນະ​ຄອນຫຼວງ​ປັກ​ກິ່ງ​ຄັ້ງ​ນີ້​ກໍ​ແມ່ນ​ການ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ປູ​ຕິນ​ໃນ​ປີ​ນີ້, ກໍ​ເປັນ​ແຜນ​ການ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ພຽງ​ໜຶ່ງ​ດຽວ​ນັບ​ມາ​ຮອດ​ປັດ​ຈຸ​ບັນ​ນີ້.

ຄຳ​ເຫັນ

0