何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງ​ຢີ້​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ

2022-02-04 14:33:29 CRI

ທ່ານ​ຫວາງ​ຢີ້​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ_fororder_W020220203772748877559

ວັນ​ທີ 3 ກຸມ​ພາ​ນີ້, ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ເຊີ​ເກ ລັ​ຟ​ຣົ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ.

ທ່ານ​ຫວາງ​ຢີ້​ກ່​າວ​ວ່າ, ວັນ​ທີ 4 ກຸມ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ປະ​ທານ​ປະ​ເທດ​ຈີນຈະ​ພົບ​ປະ​ກັບ ທ່ານວຼາ​ຕີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ແບບອອ​ຟ​ລາຍ​ເປັນ​ຄັ້ງ​ທຳ​ອິດ​ໃນ 2 ປີກວ່າ​ມາ​ນີ້, ​ເພື່ອ​ວາງ​ແຜນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຈີນ-ຣັດ​ເຊ​ຍ​ໃນ​ໄລ​ຍະຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຮ່ວມ​ມື​​ດ້ານຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຢູ່​ໃນ​ລະ​ດັບ​ສູງ, ທັງ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນໃນ​ລະ​ດັບ​ສູງ ແລະ ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ມຸກ​ລັດ​ສອງ​ປະ​ເທດ. ສອງ​ຝ່າຍ​ມີ​ຄວາມ​ໝັ້ນ​ໃຈ​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນກວ່າ​ເກົ່າ​ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຮ່ວມ, ມີ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນກວ່າ​ເກົ່າ​ໃນ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ມີ​ມາດ​ຕະ​​ການ​ທີ່​ມີ​ປະ​ສິດ​ທິ​ຜົນຫຼາຍກວ່າ​ເກົ່າ​ໃນ​ການ​ຮັບ​ມື​ກັບ​ຄວາມ​ສ່ຽງ ແລະ ສິ່ງ​ທ້​າ​ທາຍ, ​ຈີນ​ຍິນ​ດີ​ຮ່ວມ​ກັບ​ຣັດ​ເຊຍ ຖື​ເອົາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ ໃຫ້​ເປັນ​ຮູບ​ປະ​ທຳ​ນັ້ນ​ເປັນ​ທິດ​ຊີ້​ນຳ, ​ລົງ​ເລິກ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ມາ​ທຸກ​ເຊັ່ນ​ຄົນ ແລະ ການ​ປະ​ສານ​ງານ​​ດ້ານຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ, ປົກ​ປັກ​ຮັກ​ສາ​ຄວາ​ມ​ຍຸ​ຕິ​ທຳ ແລະ ຄວາມ​ເປັນ​ທຳ​ໃນ​ສາ​ກົນ​ຢ່າງ​ເດັດ​ດ່ຽວ, ສ້າງ​ຄວາມ​ສຸກ​ໃຫ້​ກັບປະ​ຊາ​ຊົນ​ສອງ​ປະ​ເທດ ກໍ​ຄື​ປະ​ຊາ​ຊົນ​ຂອງ​ໂລກ​ໃຫ້ຫຼາຍກວ່າ​ເກົ່າ.

ທ່ານ​ຫວາງ​ຢີ້​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ_fororder_W020220203772749260534

ທ່ານ​ເຊີ​ເກ ລັ​ຟ​ຣົ​ຟ​ກ່າວ​ວ່າ, ຣັດ​ເຊຍ ແລະ ຈີນ​ດຳ​ເນີນ​ການ​ປະ​ສານ​ງານ​ຍຸດ​ທະ​ສາດ​ໃນ​ລະ​ດັບ​ສູງ ແລະ ປະ​ສານ​ສົມ​ທົບ​ກັນ​ຢ່າງ​ໃກ້​ຊິດ​ແມ່ນ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ສອງ​ຝ່າຍ, ບໍ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ສະ​ຖາ​ນະ​ການ​ທາງ​ການ​ເມືອງ​ໃນ​ສາ​ກົນ. ຣັດ​ເຊຍ​ຍິນ​ດີ​ຮ່ວມ​ມື​ກັບ​ຈີນ ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ ສະ​ຫະ​ພັນ​ເສດ​ຖະ​ກິດ​ເອີ​ຣົບ​ອາ​ຊີ ແລະ ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ເປີດກວ້າງ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ສອງ​ຝ່າຍ.

ສອງ​ຝ່າຍ​​ມີ​ຈຸດ​ຢືນເປັນ​ເອ​ກະ​ພາບ​ກັນ​ວ່າ​ຕ້ອງ​​ປົກ​ປັກຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ, ຄັດ​ຄ້ານ​ເຈດ​ຕະ​ນາ​ໃດໆ​ທີ່​ກໍ່​ການ​ເປັນ​ປໍ​ລະ​ກັນ​ລະ​ຫວ່າງ​ກຸ່ມ​ປະ​ເທດ, ສອງ​ຝ່າຍ​ເຫັນ​ດີ​ດຳ​ເນີນ​ການ​ປະ​ສານ​ງານ ແລະ ການ​ປະ​ສານ​ສົ​ມ​ທົບ​ກັນ​ໃນ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ ແລະ ອົງ​ການ​ສົນ​ທິ​ສັນ​ຍາ​ຄວາມ​ໝັ້ນ​ຄົງ​ລວມ​ໝູ່, ຮ່ວມ​ກັນ​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ອັ​ຟ​ກາ​ນິດ​ສະ​ຖານ, ສອງ​ຝາຍ​ຍັງ​ເຫັນ​ດີ​ລົງ​ເລິກ​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ໃນ​ຂອບ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ, ປະ​ເທດບ​ຣິກ​ສ, ຈີນ-ຣັດ​ເຊຍ-ອິນ​ເດຍ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ​ອື່ນໆ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ຫຼັກ​ກາ​ນ​ດ້ານ​ການ​ພົວ​ພັນ​ສາ​ກົນ, ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ ແລະ​ສາ​ກົນ.

ຄຳ​ເຫັນ

0