覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານກິລາໂອລິມປິກລະດູໜາວຄັ້ງທີ 24 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຢ່າງຄຶກຄື້ນ

2022-02-05 10:39:20 cri

ງານກິລາໂອລິມປິກລະດູໜາວຄັ້ງທີ 24 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຢ່າງຄຶກຄັ້ງ_fororder_冬奥开幕2
 

ຕອນຄ່ຳວັນທີ 4 ກຸມພາປີ2022ນີ້, ງານກິລາໂອລິມປິກລະດູໜາວຄັ້ງທີ 24ທີ່ໄດ້ດຶງດູດຄວາມສົນໃຈຈາກຊາວໂລກໄດ້ໄຂຂຶ້ນຢູ່ສະໜາມກິລາແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງຢ່າງຄຶກຄື້ນ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳ ມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະ ການການທະຫານສູນກາງຈີນໄດ້ເຂົ້າຮ່ວມພິທີເປີດງານທັງກ່າວເປີດງານໂອລິມປິກລະດູໜາວຄັ້ງນີ້. ອະລິຍະທຳຈີນໄດ້ຮ່ວມມືກັບຂະບວນການໂອລິມປິກອີກຄັ້ງໂດຍໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີ, ສັນຕິພາບ ແລະມິດຕະພາບຂອງມວນມະນຸດ.
 

ງານກິລາໂອລິມປິກລະດູໜາວຄັ້ງທີ 24 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຢ່າງຄຶກຄັ້ງ_fororder_冬奥开幕4
 

ໃນພິທີເປີດງານ, ທ່ານຊ້າຍສີ ປະທານຄະນະຈັດງານກິລາໂອລິມປິກລະດູໜາວ ປັກກິ່ງໄດ້ກ່າວຄຳປາໄສວ່າ: ພາຍໃຕ້ການຊຸກຍູ້ສົ່ງເສີມດ້ວຍຕົນເອງຂອງ ທ່ານປະທານສີຈິ້ນຜິງ ແລະການນຳພາທີ່ເຂັ້ມແຂງຂອງລັດຖະບານຈີນ, ພວກເຮົາໄດ້ປະຕິບັດຕາມທັດສະນະຈັດງານໂອລິມປິກຕາມທິດ “ສີຂຽວ, ການແບ່ງປັນ, ການເປີດປະຕູ, ປອດໃສຂາວສະອາດ” ໂດຍໄດ້ຮ່ວມມືກັບຝ່າຍ ຕ່າງໆເຊັ່ນ ຄະນະກຳມະການໂອລິມປິກສາກົນແລະອື່ນໆຢ່າງເຕັມຄວາມສາມາດ, ຜ່ານຜ່າ ຜົນກະທົບຈາກພະຍາດໂຄວິດ-19, ໂດຍສາມາດບັນລຸເປົ້າໝາຍເປີດງານກິລາ ໂອລິມປິກລະດູໜາວປັກກິ່ງຕາມເວລາກຳນົດ, ເຊິ່ງໄດ້ສະແດງໃຫ້ຊາວໂລກ ໄດ້ເຫັນເຖິງຄວາມເຂັ້ມແຂງຂອງມວນມະນຸດໃນການປະເຊີນໜ້າກັບຄວາມ ຫຍຸ້ງຍາກແລະເອົາຊະນະຄວາມຫຍຸ້ງຍາກ. ຂໍໃຫ້ພວກເຮົາຈົ່ງເກາະແຂນກັນ ກ້າວເດີນໄປສູ່ອະນາຄົດຮ່ວມກັນ, ເພື່ອຂຽນປະຫວັດສາດໜ້າໃໝ່ແຫ່ງການສ້າງ ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
 

ງານກິລາໂອລິມປິກລະດູໜາວຄັ້ງທີ 24 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຢ່າງຄຶກຄັ້ງ_fororder_冬奥会开幕5
 

  ທ່ານໂທມັສ ບັກສ ປະທານຄະນະກຳມະການໂອລິມປິກສາກົນ ໄດ້ປະກອບຄຳເຫັນວ່າ: ຂໍຂອບໃຈນຳຄະນະຈັດງານກິລາໂອລິມ ປິກລະດູໜາວປັກກິ່ງ, ພາກສ່ວນລັດຖະບານຈີນແລະປະຊາຊົນຈີນທຸກຖ້ວນໜ້າ. ທ່ານບັກສກ່າວວ່າ: ຈີນໄດ້ປະສົບຜົນສຳເລັດທີ່ບໍ່ທຳມະດາໃນດ້ານກິລາລະ ດູໜາວ, ເຊິ່ງໄດ້ເປີດຍຸກໃໝ່ແຫ່ງກິລາລະດູໜາວຂອງໂລກ, ຈະເຮັດໃຫ້ການມີ ສ່ວນຮ່ວມຂອງປະຊາຊົນໃນກິລາລະດູໜາວທົ່ວໂລກກ້າວຂຶ້ນສູ່ລະດັບໃໝ່, ເຮັດໃຫ້ປະຊາຊົນຈີນແລະຜູ້ນິຍົມກິລາລະດູໜາວໃນແຫ່ງຕ່າງໆຂອງໂລກໄດ້ຮັບຜົນປະໂຫຍດນຳ.
 

ງານກິລາໂອລິມປິກລະດູໜາວຄັ້ງທີ 24 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຢ່າງຄຶກຄັ້ງ_fororder_冬奥开幕3
 

ເວລາ21ໂມງ 51 ນາທີ,  ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວ ປະກາດວ່າ: “ງານກິລາໂອລິມປິກລະດູໜາວປັກກິ່ງຄັ້ງທີ 24 ໄດ້ເປີດສາກແລ້ວ!”

ຄຳ​ເຫັນ

0