陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວ່າ:ວຽກງານການຈັດງານກິລາໂອລິມປິກລະດູໜາວປັກກິ່ງແມ່ນມີປະສິດທິພາບແລະດີເດ່ັນ

2022-02-05 17:05:35 cri

ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວ່າ:ວຽກງານການຈັດງານກິລາໂອລິມປິກລະດູໜາວປັກກິ່ງແມ່ນມີປະສິດທິພາບແລະດີເດ່ັນ_fororder_古特雷斯

  ວັນທີ 4 ກຸມພານີ້,ທ່ານອັນໂຕນີໂອ ກູເຕີເລັສ ເລຂາທິການໃຫຍ່ອົງການ ສະຫະປະຊາຊາດທີ່ມາປະເທດຈີນເພື່ອເຂົ້າຮ່ວມພິທີເປີດງານກິລາໂອລິມປິກລະດູໜາວປັກກິ່ງປີ2022ໄດ້ໃຫ້ການສຳພາດໂດຍສະເພາະຂອງນັກຂ່າວສະຖານີວິທະຍຸໂທລະພາບສູນກາງຈີນຫຼືCMG.ທ່ານກູເຕີເລັສກ່າວວ່າ, ວຽກງານຈັດ ງານກິລາໂອລິມປິກລະດູໜາວປັກກິ່ງແມ່ນມີປະສິດທິພາບແລະດີເດ່ັນ,ທ່ານຍັງ ໄດ້ຜ່ານ  CMGເພື່ອສົ່ງຄຳອວຍພອນປີໃໝ່ໄປຍັງປະຊາຊົນຈີນ.

 

 ທ່ານກູເຕີເລັສເຫັນວ່າ,ວິໄສທັດຂອງປະເທດຈີນທີ່ຊຸກຍູ້ໃຫ້ປະຊາຊົນ300ລ້ານ ຄົນເຂົ້າຮ່ວມກິລາຫິມະແລະນ້ຳກ້ອນໄດ້ເຮັດໃຫ້ປະຊາຊົນນັບມື້ນັບຫຼາຍມັກກິລາຫິມະແລະນ້ຳກ້ອນ.ງານກິລາໂອລິມປິກລະດູໜາວປັກກິ່ງແມ່ນໂອກາດທີ່ດີທີ່ສຸດ ເຊິ່ງສາມາດເພີ່ມຄວາມສາມັກຄີຂອງທົ່ວໂລກ.ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ສົ່ງສັນຍານທີ່ຕັ້ງໜ້າທີ່ຢູ່ເໜືອກວ່າງານກິລາໂອລິມປິກເອງເຊິ່ງກໍ່ຄືຈະຖືກ ພະຍາດໂຄວິດ-19ຕີແພ້ບໍ່ໄດ້,ຕ້ອງສາມັກຄີເປັນຈິດໜຶ່ງໃຈດຽວ.ວຽກງານການ ຈັດງານກິລາໂອລິມປິກລະດູໜາວປັກກິ່ງແມ່ນມີປະສິດທິພາບແລະດີເດັ່ນ,ງານກິລາໂອລິມປິກລະດູໜາວປັກກິ່ງແມ່ນເຫດການມະໂຫລານຂອງໂລກ.

 

  ແນໃສ່ສິ່ງທ້າທາຍຕ່າງໆທີ່ໂລກປະເຊີນໃນປັດຈຸບັນເປັນຕົ້ນແມ່ນການແຜ່ລະ ບາດຂອງພະຍາດໂຄວິດ-19ແລະການປ່ຽນແປງຂອງດິນຟ້າອາກາດ,ທ່ານກູເຕີ ເລັສເຫັນວ່າ,ປະເທດຈີນໄດ້ລິເລີ່ມແລະສະໜັບສະໜູນການຮ່ວມມືຫຼາຍຝ່າຍມາ ໂດຍຕະຫຼອດ,ທັງນີ້ຈະເປັນການຊຸກຍູ້ຢ່າງແຂງແຮງໃຫ້ປະຊາຄົມໂລກຮ່ວມມືກັນເພື່ອຮັບມືກັບສິ່ງທ້າທາຍທີ່ມີລັກສະນະທົ່ວໂລກ.

ຄຳ​ເຫັນ

0